ຂ່າວສານ
ການທູດ ຫວຽດນາມ ນຳໜ້າເຊື່ອມຕໍ່ການຮ່ວມມື, ຍົກສູງຖານະບົດບາດຂອງປະເທດຊາດຢ່າງບໍ່ຢຸດຢັ້ງ
ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ສະເໜີຂະແໜງການທູດ ສຸມໃສ່ການກຳນົດທິດຈຳນວນໜຶ່ງ, ສ້າງພື້ນຖານການທູດຢ່າງຮອບດ້ານ, ທັນສະໄໝ, ເປັນມືອາຊີບ, ເຂັ້ມຂຸ້ນໄປດ້ວຍສີສັນ ຫວຽດນາມ, ຮອບດ້ານໃນທັງສາມເສົາຄ້ຳ: ການທູດພັກ - ການທູດລັດ - ການທູດປະຊາຊົນ, ເຊື່ອມຕໍ່ກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ວິທະຍາສາດ ເຕັກໂນໂລຢີ, ວັດທະນະທຳ ແລະ ຖະແຫຼງຂ່າວຕໍ່ຕ່າງປະເທດຢ່າງແໜ້ນແຟ້ນ. ທ່ານໃຫ້ຮູ້ວ່າ:
ເສີມຂະຫຍາຍສີສັນການທູດ ຫວຽດນາມ, ຢຶດໝັ້ນກັບຫຼັກການ, ມີຄວາມໄຫວພິບກ່ຽວກັບຍຸດໂທບາຍ, ຮັບປະກັນຜົນປະໂຫຍດຂອງປະເທດ - ຊົນຊາດຢູ່ລະດັບສູງສຸດ, ຍົກສູງຖານະບົດບາດແຫ່ງຊາດ ໄປຄຽງຄູ່ກັບການເຊີດຊູຄຸນຄ່າຂອງສັນຕິພາບ, ຍົກສູງລັດທິວັດທະນະທຳມະນຸດອັນສູງສົ່ງ ແລະ ຕັ້ງໜ້າປະກອບສ່ວນຢ່າງມີຄວາມຮັບຜິດຊອບຕໍ່ຄຸນຄ່າລວມຂອງມວນມະນຸດ ແລະ ປະຊາຄົມສາກົນ.
ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ໂຕເລິມໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ແກ່ກະຊວງການຕ່າງປະເທດ ຍ້ອນມີຜົນງານດີເດັ່ນພິເສດ ໃນວຽກງານເປັນເສນາທິການ, ຜັນຂະຫຍາຍບັນດາການເຄື່ອນໄຫວທາງການທູດຂອງພັກ, ລັດ ປະກອບສ່ວນເຂົ້າໃນພາລະກິດແຫ່ງການກໍ່ສ້າງສັງຄົມນິຍົມ ແລະ ປົກປັກຮັກສາປະເທດຊາດນັບແຕ່ປີ 2023 ຫາປີ 2025.