ຂ່າວສານ

ການ​ທູດ ຫວຽດ​ນາມ ນຳ​ໜ້າ​ເຊື່ອມ​ຕໍ່​ການ​ຮ່ວມ​ມື, ຍົກ​ສູງ​ຖາ​ນະ​ບົດ​ບາດ​ຂອງ​ປະ​ເທດ​ຊາດ​ຢ່າງ​ບໍ່​ຢຸດ​ຢັ້ງ

ວັນທີ 25 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ໄດ້ຈັດພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງການຂະແໜງການທູດ (28/8/1945 - 28/8/2025) ແລະ ຕ້ອນຮັບຫຼຽນໄຊແຮງງານຂັ້ນໜຶ່ງ.
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ (ພາບ: VOV)

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ສະເໜີຂະແໜງການທູດ ສຸມໃສ່ການກຳນົດທິດຈຳນວນໜຶ່ງ, ສ້າງພື້ນຖານການທູດຢ່າງຮອບດ້ານ, ທັນສະໄໝ, ເປັນມືອາຊີບ, ເຂັ້ມຂຸ້ນໄປດ້ວຍສີສັນ ຫວຽດນາມ, ຮອບດ້ານໃນທັງສາມເສົາຄ້ຳ: ການທູດພັກ - ການທູດລັດ - ການທູດປະຊາຊົນ, ເຊື່ອມຕໍ່ກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ວິທະຍາສາດ ເຕັກໂນໂລຢີ, ວັດທະນະທຳ ແລະ ຖະແຫຼງຂ່າວຕໍ່ຕ່າງປະເທດຢ່າງແໜ້ນແຟ້ນ. ທ່ານໃຫ້ຮູ້ວ່າ:

ເສີມຂະຫຍາຍສີສັນການທູດ ຫວຽດນາມ, ຢຶດໝັ້ນກັບຫຼັກການ, ມີຄວາມໄຫວພິບກ່ຽວກັບຍຸດໂທບາຍ, ຮັບປະກັນຜົນປະໂຫຍດຂອງປະເທດ - ຊົນຊາດຢູ່ລະດັບສູງສຸດ, ຍົກສູງຖານະບົດບາດແຫ່ງຊາດ ໄປຄຽງຄູ່ກັບການເຊີດຊູຄຸນຄ່າຂອງສັນຕິພາບ, ຍົກສູງລັດທິວັດທະນະທຳມະນຸດອັນສູງສົ່ງ ແລະ ຕັ້ງໜ້າປະກອບສ່ວນຢ່າງມີຄວາມຮັບຜິດຊອບຕໍ່ຄຸນຄ່າລວມຂອງມວນມະນຸດ ແລະ ປະຊາຄົມສາກົນ.

ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ໂຕເລິມໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ແກ່ກະຊວງການຕ່າງປະເທດ ຍ້ອນມີຜົນງານດີເດັ່ນພິເສດ ໃນວຽກງານເປັນເສນາທິການ, ຜັນຂະຫຍາຍບັນດາການເຄື່ອນໄຫວທາງການທູດຂອງພັກ, ລັດ ປະກອບສ່ວນເຂົ້າໃນພາລະກິດແຫ່ງການກໍ່ສ້າງສັງຄົມນິຍົມ ແລະ ປົກປັກຮັກສາປະເທດຊາດນັບແຕ່ປີ 2023  ຫາປີ 2025.


top