• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຫຼາຍຢ່າງໃນວັນບຸນວິສາຂະບູຊາຖືກຈັດຂຶ້ນຢູ່ບັນດາແຂວງພາກກາງ

      ວັນບຸນວິສາຂະບູຊາປີນີ້, ສະມາຄົມພຸດທະສາສະໜາບັນດາແຂວງ, ນະຄອນທາງພາກກາງ ໄດ້ຈັດການເຄື່ອນໄຫວຫຼາຍຢ່າງຄື: ພິທີຫົດສົງ, ພິທີແຫ່ພະພຸດທະຮູບ ພາວະນາຂໍໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນມີຄວາມອິ່ມໜຳສຳລານຢູ່ເຢັນເປັນສຸກ ແລະ ໂລກມີສັນຕິພາບ, ພ້ອມກັບການເຄື່ອນໄຫວກູ້ສົນມຸ່ງໄປເຖິງການຊ່ວຍເຫືຼອຄົນທຸກຍາກ.

ວັດວາອາຮາມລ້ວນແຕ່ໄດ້ຮັບການປະດັບປະດາຂັນບູຊາຂ່ຳນັບຮັບຕ້ອນວັນບຸນວິສາຂະບູຊາ 
(ພາບປະກອບ)
      ຢູ່ນະຄອນເຫ້ວ ໃນຊຸມມື້ນີ້, ຢູ່ທົ່ວທຸກແຫ່ງ, ຈາກບັນດາວັດວາອາຮາມໃຫຍ່ທີ່ມີຊື່ສຽງຂອງກຸງເກົ່າເຫ້ວ ຕະຫຼອດຮອດບັນດາສະຖານທີ່ດຳເນີນການເຄື່ອນໄຫວສາສະໜາພຸດຂຶ້ນກັບ 9 ເມືອງ, ເທດສະບານເມືອງລ້ວນແຕ່ໄດ້ຮັບການປະດັບປະດາຂັນບູຊາຂ່ຳນັບຮັບຕ້ອນວັນບຸນວິສາຂະບູຊາ. ປີນີ້, ວຽກງານຈັດຕັ້ງວັນບຸນວິສາຂະບູຊາ ໄດ້ຮັບການກະກຽມ ຢ່າງລອບຄອບທີ່ຖ້ວນຈາກຄະນະບໍລິຫານງານພຸດທະສາສະໜາຫວຽດນາມ. ໃນຊຸມມື້ນີ້, ວັດສ່ວນຫຼາຍ ແລະ ບັນດາພຸດທະສາສະນິກກະຊົນໃນບໍລິເວນແຂວງລ້ວນແຕ່ເຂົ້າຮ່ວມບັນດາການເຄື່ອນໄຫວກຸ້ສົນ, ມອບຂອງຂວັນໃຫ້ຜູ້ທຸກຍາກ, ຜູ້ເຖົ້າຜູ້ແກ່ບໍ່ມີບ່ອນເພິ່ງພາອາໄສ, ຄົນເຈັບທີ່ທຸກຍາກ...
      ສ່ວນຢູ່ນະຄອນດ່ານັ້ງ, ປີນີ້, ຄະນະບໍລິຫານງານພຸດທະສາສະໜາຫວຽດນາມ ນະຄອນ ໄດ້ຈັດຕັ້ງລາຍການໃຈບຸນໃຈກຸ້ສົນຫຼາຍຢ່າງ, ມຸ່ງໄປເຖິງບັນດາເດັກກຳພ້າ ແລະ ຜູ້ທຸກຍາກໃນທົ່ວນະຄອນຄື: ຢ້ຽມຢາມ, ມອບຂອງຂວັນໃຫ້ຜູ້ທຸກຍາກ, ຄົນເຈັບພວມປິ່ນປົວພະຍາດຢູ່ບັນດາໂຮງໝໍ; ກວດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ພໍ່ແມ່ພີ່ນ້ອງຢູ່ເຂດຫ່າງໄກສອກຫຼີກ…
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ອົງຄະ​ນະ​ພັກ​ລັດ​ຖະ​ບານ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ພູມ​ປັນ​ຍາ, ການ​ປ່ນ​ແປງ​ໃໝ່

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ອົງຄະ​ນະ​ພັກ​ລັດ​ຖະ​ບານ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ພູມ​ປັນ​ຍາ, ການ​ປ່ນ​ແປງ​ໃໝ່

ສືບຕໍ່ກໍ່ສ້າງອົງຄະນະພັກ ແລະ ອົງຄະນະພັກທຸກຂັ້ນໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ, ເດັດດ່ຽວປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຄວາມຟຸ່ມເຟືອຍ ໄພຫຍໍ້ທໍ້ ດ້ວຍທິດນຳ “ບໍ່ມີເຂດມືດ” “ບໍ່ມີບ່ອນຫວ່າງ, ຈຸດມົວ” ບໍ່ມີເຂດຫ້າມ, ບໍ່ມີກໍລະນີຍົກເວັ້ນ.

Top