• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການສົ່ງອອກສິນໃນນ້ຳເພີ່ມຂຶ້ນ 2,2%

      ໃນ 2 ເດືອນຕົ້ນປີ 2021, ການສົ່ງອອກສິນໃນນ້ຳຂອງຫວຽດນາມ ບັນລຸກວ່າ 1 ຕື້ USD, ເພີ່ມຂຶ້ນ 2,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.
(ພາບປະກອບ: TTXVN)
      ຕາມການສະຖິຕິຂອງສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳຫວຽດນາມ (Vasep) ແລ້ວ, ໃນ 2 ເດືອນຕົ້ນປີ 2021, ການສົ່ງອອກສິນໃນນ້ຳຂອງຫວຽດນາມ ບັນລຸກວ່າ 1 ຕື້ USD, ເພີ່ມຂຶ້ນ 2,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ສິ່ງທີ່ໜ້າສົນໃຈແມ່ນ, ພາຍຫຼັງການສົ່ງອອກປາຈາຖືກຫຼຸດລົງຢ່າງຕໍ່ເນື່ອງໃນປີ 2020, ນັບແຕ່ຕົ້ນປີ 2021 ກໍ່ມີສັນຍານຕັ້ງໜ້າຫຼາຍຢ່າງຈາກຕະຫຼາດ.
        Vasep ຄາດຄະເນວ່າ, ວົງເງິນສົ່ງອອກໃນເດືອນ ມີນາ 2021 ຈະບັນລຸປະມານ 640 ລ້ານ USD, ເພີ່ມຂຶ້ນ 1,5%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ການສົ່ງອອກໄປຍັງອາເມລິກາ, ສະຫະພາບເອີລົບ ແລະ ບັນດາປະເທດໃນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ຈະຮັກສາສັນຍານຕັ້ງໜ້າຍ້ອນຄວາມຕ້ອງການທີ່ສູງ ແລະ ຜ່ານບັນດາສັນຍາການຄ້າເສລີ.  
(ແຫຼ່ງຄັດຈາກ VOV)

ເປັນຄັ້ງທຳອິດທີ່ລັດຖະບານຍື່ນສະເໜີກົດໝາຍວ່າດ້ວຍການຕ້ານການເຜີຍແຜ່ອາວຸດລ້າງຜານ

ເປັນຄັ້ງທຳອິດທີ່ລັດຖະບານຍື່ນສະເໜີກົດໝາຍວ່າດ້ວຍການຕ້ານການເຜີຍແຜ່ອາວຸດລ້າງຜານ

ຕອນເຊົ້າວັນທີ 16 ກໍລະກົດ, ຢູ່ ຮ່າໂນ້ຍ, ໃນຂອບເຂດວາລະປະຊຸມເທື່ອທີ 4 ຄະນະປະຈຳສະພາແຫ່ງຊາດ, ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ຮັບການມອບສິດຈາກນາຍົກລັດຖະມົນຕີ ຍື່ນສະເໜີຮ່າງກົດໝາຍວ່າດ້ວຍການຕ້ານການເຜີຍແຜ່ອາວຸດລ້າງຜານ.

Top