ການຢ້ຽມຢາມຄັ້ງນີ້ ແມ່ນໂອກາດເພື່ອໃຫ້ການນຳສະພາແຫ່ງຊາດສອງປະເທດ ພ້ອມກັນແລກປ່ຽນ ແລະ ຕີລາຄາບັນດາໝາກຜົນການຮ່ວມມືທີ່ບັນລຸໄດ້....
ທ່ານ ຫງວຽນຢວານແອັງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບ ທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດ ລາວ ພ້ອມດ້ວຍພັນລະຍາ ທີ່ສະໜາມບິນສາກົນ ໂນ້ຍບາຍ. ພາບ: VNA
ຕອນບ່າຍວັນທີ 2 ພະຈິກ, ທ່ານປະທານສະພາແຫ່ງຊາດ ສປປ.ລາວ ສອນໄຊ ສີພັນດອນ ແລະ ພັນລະຍາ ໄດ້ມາຮອດ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 2-5 ພະຈິກ ຕາມຄຳເຊີນຂອງທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ຫວຽດນາມ ແລະ ພັນລະຍາ.
ຕອບສຳພາດນັກຂ່າວກ່ອນການຢ້ຽມຢາມ, ທ່ານນາງ ຄຳເພົາ ເອີນທະະວັນ, ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ເນັ້ນໜັກວ່າ ການຢ້ຽມຢາມມີຄວາມໝາຍສຳຄັນ ສະແດງໃຫ້ເຫັນຄວາມຖືເປັນສຳຄັນພິເສດຂອງພັກ, ລັດ ແລະ ລັດຖະບານ ລາວ ຕໍ່ການປັບປຸງ, ເພີ່ມພູນຄູນສ້າງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດລະຫວ່າງ ຫວຽດນາມ-ລາວ. ພິເສດ, ທ່ານສອນໄຊ ສີພັນດອນ ຫາກໍ່ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງປະທານສະພາແຫ່ງຊາດ ລາວ ຊຸດທີ 10 ໃນວັນທີ 5 ຕຸລາ. ດັ່ງນັ້ນ, ການຢ້ຽມຢາມຄັ້ງນີ້ ມີຄວາມໝາຍສຳຄັນ ລະຫວ່າງການນຳສະພາແຫ່ງຊາດສອງປະເທດໃນໄລຍະໃໝ່.
ທ່ານນາງເອກອັກຄະລັດຖະທູດກໍ່ໃຮູ້ວ່າ ການຢ້ຽມຢາມຄັ້ງນີ້ ແມ່ນໂອກາດເພື່ອໃຫ້ການນຳສະພາແຫ່ງຊາດສອງປະເທດ ພ້ອມກັນແລກປ່ຽນ ແລະ ຕີລາຄາບັນດາໝາກຜົນການຮ່ວມມືທີ່ບັນລຸໄດ້ ກໍຄືເປັນເອກະພາບກ່ຽວກັບບັນດາການກຳນົດທິດທາງ ແລະ ມາດຕະການລະອຽດເພື່ອແນໃສ່ຍົກສູງຄຸນນະພາບ, ປະສິດທິຜົນໃນການເຄື່ອງໄຫວຂອງອົງການນິຕິບັດຍັດ, ເພີ່ມທະວີການສົມທົບກັນໃນວຽກງານຕຸລາການ, ກໍ່ຄືຕິດຕາມກວດກາສູງສຸດ ແລະ ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ.
(ແຫຼ່ງຄັດຈາກ VOV)