ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ສອນ​ໄຊ ສີ​ພັນ​ດອນ ມາ​ຮອດ ຮ່າ​ໂນ້ຍ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ການ​ຢ້ຽ​ມ​ຢາມ​ຄັ້ງ​ນີ້ ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ການ​ນຳ​ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ ພ້ອມ​ກັນ​ແລກ​ປ່ຽນ ແລະ ຕີ​ລາ​ຄາ​ບັນ​ດາ​ໝາກ​ຜົນ​ການ​ຮ່ວມ​ມື​ທີ່​ບັນ​ລຸ​ໄດ້....
ທ່ານ ຫງວຽນຢວານແອັງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບ ທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດ ລາວ ພ້ອມດ້ວຍພັນລະຍາ ທີ່ສະໜາມບິນສາກົນ ໂນ້ຍບາຍ. ພາບ: VNA

ຕອນ​ບ່າຍ​ວັນ​ທີ 2 ພະ​ຈິກ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ​ປ​ປ.​ລາວ ສອນ​ໄຊ ສີ​ພັນ​ດອນ ແລະ ພັນ​ລະ​ຍາ ໄດ້ມາ​ຮອດ ຮ່າ​ໂນ້ຍ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການແຕ່​ວັນ​ທີ 2-5 ພະ​ຈິກ ຕາມ​ຄຳ​ເຊີນ​ຂອງ​ທ່ານ ເຈິ່ນ​ແທັງ​ເໝີ້ນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ພັນ​ລະ​ຍາ.

ຕອບ​ສຳ​ພາດ​ນັກ​ຂ່າວ​ກ່ອນ​ການ​ຢ້ຽມ​ຢາມ, ທ່ານ​ນາງ ຄຳ​ເພົາ ເອີ​ນ​​ທະະວັນ, ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ປະ​ຈຳ ຫວຽດ​ນາມ ເນັ້ນ​ໜັກ​ວ່າ ການ​ຢ້ຽມ​ຢາມ​ມີ​ຄວາມ​ໝາຍ​ສຳ​ຄັນ​ ສະ​ແດງ​ໃຫ້​ເຫັນ​ຄວາມ​ຖື​ເປັນ​ສຳ​ຄັນ​ພິ​ເສດ​ຂອງ​ພັກ, ລັດ ແລະ ລັດ​ຖະ​ບານ ລາວ ຕໍ່​ການ​ປັບ​ປຸງ, ເພີ່ມ​ພູນ​ຄູນ​ສ້າງ ແລະ ພັດ​ທະ​ນາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫ່​ຍ, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ, ຫຸ້ນ​ສ່ວນ​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດ​ນາມ-ລາວ. ພິ​ເສດ, ທ່ານ​ສອນ​ໄຊ ສີ​ພັນ​ດອນ ຫາກໍ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ຊຸດ​ທີ 10 ໃນ​ວັນ​ທີ 5 ຕຸ​ລາ. ດັ່ງ​ນັ້ນ, ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ມີ​ຄວາມ​ໝາຍ​ສຳ​ຄັນ ລະ​ຫວ່າງ​ການ​ນຳ​ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ໃນ​ໄລ​ຍະ​ໃໝ່.

ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດກໍ່​ໃຮູ້​ວ່າ ການ​ຢ້ຽ​ມ​ຢາມ​ຄັ້ງ​ນີ້ ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ການ​ນຳ​ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ ພ້ອມ​ກັນ​ແລກ​ປ່ຽນ ແລະ ຕີ​ລາ​ຄາ​ບັນ​ດາ​ໝາກ​ຜົນ​ການ​ຮ່ວມ​ມື​ທີ່​ບັນ​ລຸ​ໄດ້​ ກໍ​ຄື​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ບັນ​ດາ​ການ​ກຳ​ນົດ​ທິດ​ທາງ ແລະ ມາດ​ຕະ​ການ​ລະ​ອຽດ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ​ໃນ​ການ​ເຄື່ອງ​ໄຫວ​ຂອງ​ອົງ​ການ​ນິ​ຕິ​ບັດ​ຍັດ, ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ​ໃນ​ວຽກ​ງານ​ຕຸ​ລາ​ການ, ກໍ່​ຄື​ຕິດ​ຕາມກວດ​ກາ​ສູງ​ສຸດ ແລະ ຕັດ​ສິນ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ.


top