• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ແຜນ​ນະ​ໂຍ​ບາຍການ​ລົງ​ທຶນ 3 ໂຄງ​ການ​ລົງ​ທຶນ​ກໍ່​ສ້າງ​ເສັ້ນ​ທາ​ງ​ຄວາມ​ໄວ​ສູງ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ເນັ້ນ​ໜັກ​ວ່າ ລັດ​ຖະ​ບານ​ຍື່ນ​ສະ​ເໜີ​ການ​ລົງ​ທຶນ 3 ເສັ້ນ​ທາງ​ຄວາມ​ໄວ​ສູງ​ທີ່​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ ໃຫ້​ແກ່​ບັນ​ດາ​ແຂວງ​ເຂດ​ພູ​ສູ​ງ​ທາງ​ທິດ​ເໜືອ ແລະ ໄຕ​ງວຽນ.
ທ່ານ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: VNA)

ຕອນ​ບ່າຍ​ວັນ​ທີ 2 ພະ​ຈິກ, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ ​ທ່ານ​ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ, ວາ​ລະ​ປະ​ຊຸມ​ຄັ້ງ​ທີ 8 ຂອງຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ແຜນ​ນະ​ໂຍ​ບາຍການ​ລົງ​ທຶນ 3 ໂຄງ​ການ​ລົງ​ທຶນ​ກໍ່​ສ້າ​ງ​ເສັ້ນ​ທາງ​ຄວາມ​ໄວ​ສູງ, ລວມ​ມີ​ ເສັ້ນ​ທາງ​ຄວາມ​ໄວ​ສູງ ບ໋າວ​ຮ່າ - ລາຍ​ເຈົາ, ຕອນ ບ໋າວ​ຮ່າ - ເຕິນ​ຟອງ; ເສັ້ນ​ທາງ​ຄວາມ​ໄວ​ສູງ ກວ໋າງ​ຫງາຍ - ກອນ​ຕຸມ; ເສັ້ນ​ທາງ​ຄວາມ​ໄວ​ສູງ ມົກ​ເຈົາ - ເຊີນ​ລາ - ດຽນ​ບຽນ, ບໍ​ລິ​ເວນ​ແຂວງ ເຊີນ​ລາ. ໂດຍປະ​ກອບ​ຄຳ​ເຫັນ​ໃສ່ແຜນຮ່າງ​ໂຄງ​ການ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ເນັ້ນ​ໜັກ​ວ່າ ລັດ​ຖະ​ບານ​ຍື່ນ​ສະ​ເໜີ​ການ​ລົງ​ທຶນ 3 ເສັ້ນ​ທາງ​ຄວາມ​ໄວ​ສູງ​ທີ່​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ ໃຫ້​ແກ່​ບັນ​ດາ​ແຂວງ​ເຂດ​ພູ​ສູ​ງ​ທາງ​ທິດ​ເໜືອ ແລະ ໄຕ​ງວຽນ; ມີ​ຄວາມ​ໝ​າຍ​ການ​ເມືອງ​ໃຫຍ່ຫຼວງ​ທີ່​ສຸດ, ຊ່ວຍ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ໃຫ້​ແກ່​ບັນ​ດາ​ແຂວງ​ໃນ​ເຂດ, ເຊິ່ງໄດ້ຮັບຄວາມສົນໃຈ​ຈາກປະ​ຊາ​ຊົນ ແລະ ວິ​ສາ​ຫ​ະ​ກິດຫຼາຍ​ທີ່​ສຸດ. ທ່ານ ໃຫ້​ຮູ້​ວ່າ:

ລັດ​ຖະ​ບານ​ມີ​ຄວາມ​ຮັບ​ຜິດ​ຊອບ​ຢ່າງ​ຮອບ​ດ້ານ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ ມີ​ຄວາມ​ຮັບ​ຜິດ​ຊອບ​ຕາມ​ຂົງ​ເຂດ; ບັນ​ດາ​ແຂວງ ​ມີ​ຄວາມ​ຮັບ​ຜິດ​ຊອບ​ກ່ຽວ​ກັບ​ໜ້າ​ພຽງ; ບ່ອນຕັ້ງ​ຖິ່ນ​ຖານ​ຄົງ​ທີ່ຄືນໃໝ່​ຂອງ​ປະ​ຊາ​ຊົນ, ວັດ​ສະດຸ ແລະ ເສັ້ນ​ທາງ​ເຊື່ອມ​ຕໍ່. ສະ​ເໜີ​ກຳ​ມາ​ທິ​ການ​ເສດ​ຖະ​ກິດ - ການ​ເງິນ​ ສ້າ​ງ​ສຳເລັດບົດ​ລາຍ​ງານການ​ສຳຫຼວດປະເມີນ​ຢ່າງ​ເປັນ​ທາງ​ການ. ບັນ​ດາ​ອົງ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ, ອົງ​ການກວດ​ສອບ​ແຫ່ງ​ລັດ ຕ້ອງ​ຕິດ​ຕາມ​ການ​ປະ​ຕິ​ບັດ​ນັບ​ແຕ່​ຂັ້ນ​ຕອນ​ກະ​ກຽມ. ສະ​ພາ​ແຫ່ງ​ຊາດ​ຕັດ​ສິນ​ແຜນ​ນະ​ໂຍ​ບາຍບົນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ; ລັດ​ຖະ​ບານ ແລະ ບັນ​ດາ​ທ້ອງ​ຖິ່ນ​ຕ້ອງ​ຕອບ​ສະ​ໜອງ ດ້​ວຍ​ຄຸ​ນ​ນະ​ພາບ, ຄວາມ​ຄືບ​ໜ້າ, ລັກ​ສະ​ນະ​ໂປ່ງ​ໃສ.

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ​ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ ຄຳ​ຟອງ ອິນ​ມາ​ນີ ມີ​ຄວາມ​ຫວັງ​ຢ່າງ​ຍິ່ງ​ວ່າ ສອງ​ພັກ, ສອງ​ລັດ ຈະສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແລ​ກ​ປ່ຽນ​ປະ​ສົບ​ການ, ແບ່ງ​ປັນ​ບັນ​ດາ​ຜົນ​ສຳ​ເລັດ ແລະ ບົດ​ຮຽນ​ພຶດ​ຕິ​ກຳ ຕົວ​ຈິງ, ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ ລາວ - ຫວຽດ​ນາມ ຢ່າງ​ຕໍ່​ເນື່ອງ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

Top