• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ສອນ​ໄຊ ສີ​ພັນ​ດອນ ​ຕ້ອນ​ຮັບຄະ​ນະ​ຜູ້​ແທນ​ສູນ​ກາງ​ສະ​ມາ​ຄົມ​ມິດ​ຕ​ະ​ພາບ ຫວຽດ​ນາມ - ລາວ

ການ​ຮັກ​ສາ, ປັບ​ປຸງ ແລະ ເສີມ​ຂະ​ຫຍາຍ​ການ​ພົວ​ພັນ​ແບບ​ພິ​ເສດ​ນີ້ ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ລວມ​ຂອງ​ທຸກ​ຂັ້ນ, ທຸກ​ຂະ​ແໜງ​ການ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ, ປະ​ກອບ​ສ່ວນ​ນຳ​ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ​ ເຂົ້າ​ສູ່​ລວງ​ເລິກ​ ແລະ ມີ​ປະ​ສິດ​ທິ​ຜົນ.
ທ່ານ​ ສອນ​ໄຊ ສີ​ພັນ​ດອນ ປະ​ທານ​ສ​ະ​ພ​າ​ແຫ່ງ​ຊາດ ລາວ ໄດ້​​ໃຫ້​ການຕ້ອນ​ຮັບ​ ​ທ່ານ ຫງວຽນ​ດັກ​ວິງ, ປະທານ​ກຳ​ມາ​ທິ​ການ ວັດ​ທະ​ນະ​ທຳ ແລະ ສັງ​ຄົມ ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດນາມ, ປະ​ທານ​ສະ​ມາ​ຄົມ​ ຫວຽດ​ນາມ ລາວ (ພາບ: VNA)

ຕອນ​ບ່າຍ​ວັນ​ທີ 2 ພະ​ຈິກ, ຢູ່​ຮ່າ​ໂນ້ຍ, ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ຫວຽດ​ນາມ ​ຢ່າງ​ເປັນ​ທາງ​ການ, ທ່ານ​ ສອນ​ໄຊ ສີ​ພັນ​ດອນ ປະ​ທານ​ສ​ະ​ພ​າ​ແຫ່ງ​ຊາດ ລາວ ໄດ້​​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ໂດຍ​ທ່ານ ຫງວຽນ​ດັກ​ວິງ, ປະທານ​ກຳ​ມາ​ທິ​ການ ວັດ​ທະ​ນະ​ທຳ ແລະ ສັງ​ຄົມ ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດນາມ, ປະ​ທານ​ສະ​ມາ​ຄົມ​ ຫວຽດ​ນາມ ລາວ ນຳ​ໜ້າ. ທີ່​ການ​ຕ້ອນ​ຮັບ, ທ່ານ​ ຫງວຽນ​ດັກ​ວິງ ຢັ້ງ​ຢືນ​ວ່າ ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ຍາມ​ໃດ​ກໍ​ມີ​ຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງວ່າ ​ນ້ຳ​ໃຈ​ສາ​ມັກ​ຄີ​ແບບ​ພິ​ເສດ ຫວຽດ​ນາມ - ລາວ ແມ່ນ​ຊັບ​ສິນ​ອັນ​ລ້ຳ​ຄ່າ​ຂອງ​ສອງ​ຊາດ, ແມ່ນ​ປັດ​ໄຈ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ຕໍ່​ພາ​ລະ​ກິດ​ແຫ່ງ​ການ​ປະ​ຕິ​ວັດ​ຂອງ​ແຕ່​ລ​ປະ​ເທດ. ການ​ຮັກ​ສາ, ປັບ​ປຸງ ແລະ ເສີມ​ຂະ​ຫຍາຍ​ການ​ພົວ​ພັນ​ແບບ​ພິ​ເສດ​ນີ້ ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ລວມ​ຂອງ​ທຸກ​ຂັ້ນ, ທຸກ​ຂະ​ແໜງ​ການ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ, ປະ​ກອບ​ສ່ວນ​ນຳ​ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ​ ເຂົ້າ​ສູ່​ລວງ​ເລິກ​ ແລະ ມີ​ປະ​ສິດ​ທິ​ຜົນ.

ຕີລາ​ຄາ​ສູງ​ໝາກ​ຜົນ​ຂອງ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ສອງ​ສະ​ມາ​ຄົມ​ໃນ​ໄລ​ຍະ​ຜ່ານ​ມາ, ທ່ານ ສອນ​ໄຊ ​ສີ​ພັນ​ດອນ ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ໄດ້​ສະ​ເໜີ​ສອງ​ສະ​ມາ​ຄົມ ສືບ​ຕໍ່​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ການ​ເຄື່ອນ​ໄຫວອັນແທດ​ຈິງ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ພົວ​ພັນອັນ​ສະ​ໜິດ​ຕິດ​ພັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ; ສະ​ແດງຄວາມ​ປາດ​ຖະ​ໜາ​ຢາກ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ໄປ​ຢ້ຽມ​ຢາມ​ປະ​ເທດ​ລາວ​ ໃນ​ປີ 2027.

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ​ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ ຄຳ​ຟອງ ອິນ​ມາ​ນີ ມີ​ຄວາມ​ຫວັງ​ຢ່າງ​ຍິ່ງ​ວ່າ ສອງ​ພັກ, ສອງ​ລັດ ຈະສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແລ​ກ​ປ່ຽນ​ປະ​ສົບ​ການ, ແບ່ງ​ປັນ​ບັນ​ດາ​ຜົນ​ສຳ​ເລັດ ແລະ ບົດ​ຮຽນ​ພຶດ​ຕິ​ກຳ ຕົວ​ຈິງ, ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ ລາວ - ຫວຽດ​ນາມ ຢ່າງ​ຕໍ່​ເນື່ອງ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

Top