ຂ່າວສານ

ການສົ່ງອອກສິນໃນນ້ຳເພີ່ມຂຶ້ນ 2,2%

      ໃນ 2 ເດືອນຕົ້ນປີ 2021, ການສົ່ງອອກສິນໃນນ້ຳຂອງຫວຽດນາມ ບັນລຸກວ່າ 1 ຕື້ USD, ເພີ່ມຂຶ້ນ 2,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.
(ພາບປະກອບ: TTXVN)
      ຕາມການສະຖິຕິຂອງສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳຫວຽດນາມ (Vasep) ແລ້ວ, ໃນ 2 ເດືອນຕົ້ນປີ 2021, ການສົ່ງອອກສິນໃນນ້ຳຂອງຫວຽດນາມ ບັນລຸກວ່າ 1 ຕື້ USD, ເພີ່ມຂຶ້ນ 2,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ສິ່ງທີ່ໜ້າສົນໃຈແມ່ນ, ພາຍຫຼັງການສົ່ງອອກປາຈາຖືກຫຼຸດລົງຢ່າງຕໍ່ເນື່ອງໃນປີ 2020, ນັບແຕ່ຕົ້ນປີ 2021 ກໍ່ມີສັນຍານຕັ້ງໜ້າຫຼາຍຢ່າງຈາກຕະຫຼາດ.
        Vasep ຄາດຄະເນວ່າ, ວົງເງິນສົ່ງອອກໃນເດືອນ ມີນາ 2021 ຈະບັນລຸປະມານ 640 ລ້ານ USD, ເພີ່ມຂຶ້ນ 1,5%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ການສົ່ງອອກໄປຍັງອາເມລິກາ, ສະຫະພາບເອີລົບ ແລະ ບັນດາປະເທດໃນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ຈະຮັກສາສັນຍານຕັ້ງໜ້າຍ້ອນຄວາມຕ້ອງການທີ່ສູງ ແລະ ຜ່ານບັນດາສັນຍາການຄ້າເສລີ.  
(ແຫຼ່ງຄັດຈາກ VOV)


top