ນຳຍອດມູນຄ່າການສົ່ງອອກຂອງຂະແໜງນີ້ ໃນ 9 ເດືອນບັນລຸເກືອບ 7,35 ຕື້ໂດລາສະຫະລັດ. ນີ້ແມ່ນເດືອນທີ 3 ຢ່າງລຽນຕິດ ທີ່ການສົ່ງອອກຜັກ, ໝາກໄມ້ບັນລຸກວ່າ 1 ຕື້ໂດລາສະຫະລັດ. ຈີນ ສືບຕໍ່ແມ່ນຕະຫຼາດນຳເຂົ້າຜັກ ໝາກໄມ້ໃຫຍ່ທີ່ສຸດຂອງ ຫວຽດນາມ, ຖັດຈາກນັ້ນແມ່ນ ອາເມລິກາ ແລະ ສ ເກົາຫຼີ. ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່າຍ, ມູນຄ່າການສົ່ງອອກຜັກ ໝາກໄມ້ໄປຍັງຕະຫຼາດ ຈີນ ເພີ່ມຂຶ້ນ 38,8%, ອາເມລິກາ ເພີ່ມຂຶ້ນ 17,9%, ສ ເກົາຫຼີ ເພີ່ມຂຶ້ນ 9,7%.
ໃນກຸ່ມຕະຫຼາດ,ການສົ່ງອອກຜັກ ໝາກໄມ້ ໄປຍັງ ສະຫະພາບ ເອີລົບ (EU) ເຕີບໄຕຢ່າງແຮງ. ໃນ 6 ເດືອນຕົ້ນປີ 2026, ຫວຽດນາມ ສືບຕໍ່ແມ່ນປະເທດສະໜອງໝາກໄມ້ເຂດຮ້ອນປຸງແຕ່ງ ແລະ ຜະລິດຕະພັນກະເສດ ເຕີບໂຕໄວທີສຸດຢູ່ກຸ່ມຕະຫຼາດນີ້.






