ຂ່າວສານ

ການສົ່ງອອກຜັກ, ໝາກໄມ້ໃນ 3 ເດືອນຢ່າງລຽນຕິດບັນລຸກວ່າ 1 ຕື້ໂດລາສະຫະລັດ

ຕາມ​ກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ຫວຽດ​ນາມ ແລ້ວ​, ການ​ສົ່ງ​ອອກ ຜັກ​, ໝາກ​ໄມ້ ໃນ​ເດືອນ ກັນ​ຍາ ບັນ​ລຸ​ເກືອບ 1,2 ຕື້​ໂດລາ​ສະ​ຫະ​ລັດ​,
  (ພາບປະກອບ: VNA)  

ນຳ​ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ຂອງ​ຂະ​ແໜງ​ນີ້ ໃນ 9 ເດືອນ​ບັນ​ລຸ​ເກືອບ 7,35 ຕື້​ໂດລາ​ສະ​ຫະ​ລັດ​. ນີ້​ແມ່ນ​ເດືອນ​ທີ 3 ຢ່າງລຽນ​ຕິດ​​ ທີ່ການ​ສົ່ງ​ອອກ​ຜັກ​, ໝາກ​ໄມ້​ບັນ​ລຸກ​ວ່າ 1 ຕື້​ໂດລາ​ສະ​ຫະ​ລັດ​. ຈີນ ສືບ​ຕໍ່​ແມ່ນ​ຕະ​ຫຼາດ​ນຳ​ເຂົ້າ​ຜັກ ໝາກ​ໄມ້​ໃຫຍ່​ທີ່​ສຸດ​ຂອງ ຫວຽດ​ນາມ​, ຖັດ​ຈາກ​ນັ້ນແມ່ນ ອາ​ເມລິ​ກາ ແລະ ສ ເກົາ​ຫຼີ​. ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກ່າຍ​, ມູນ​ຄ່າ​ການ​ສົ່ງ​ອອກ​ຜັກ ໝາກ​ໄມ້​ໄປ​ຍັງ​ຕະ​ຫຼາດ ຈີນ ເພີ່ມ​ຂຶ້ນ 38,8%, ອາ​ເມລິ​ກາ ເພີ່ມ​ຂຶ້ນ 17,9%, ສ ເກົາ​ຫຼີ ເພີ່ມ​ຂຶ້ນ 9,7%.

ໃນ​ກຸ່ມ​​ຕະ​ຫຼາດ​,ການ​ສົ່ງ​ອອກ​ຜັກ ໝາກ​ໄມ້ ໄປ​ຍັງ ສະ​ຫະ​ພາບ ເອີ​ລົບ (EU) ເຕີບ​ໄຕ​ຢ່າງ​ແຮງ​. ໃນ 6 ເດືອນ​ຕົ້ນ​ປີ 2026, ຫວຽດ​ນາມ ສືບ​ຕໍ່​ແມ່ນ​ປະ​ເທດ​ສະ​ໜອງ​ໝາກ​ໄມ້​ເຂດ​ຮ້ອນ​ປຸງ​ແຕ່ງ ແລະ ຜະ​ລິດ​ຕະ​ພັນ​ກະ​ເສດ ເຕີບ​ໂຕ​ໄວທີ​ສຸດ​ຢູ່​ກຸ່ມຕະ​ຫຼາດ​ນີ້​.


top