ພາຍລັງພິທີຕ້ອນຮັບ, , ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ທ່ານ José Raúl Mulino ປະທານາທິບໍດີ ສ.ປານາມາ ພ້ອມກັບຄະນະຜູ້ແທນຂັ້ນສູງສອງປະເທດໄດ້ດຳເນີນການເຈລະຈາ.
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ທ່ານ José Raúl Mulino ປະທານາທິບໍດີ ສ.ປານາມາ (ພາບ: VNA)
ຕອນບ່າຍວັນທີ 6 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ພັນລະຍາເປັນປະທານພິທີຕ້ອນຮັບທ່ານ José Raúl Mulino ປະທານາທິບໍດີ ສ.ປານາມາ ແລະ ພັນລະຍາ ມາຢ້ຽມຢາມ ຫວຽດນາມຢ່າງເປັນທງການແຕ່ວັນທີ 5 – 8 ຕຸລາ.
ພາຍລັງພິທີຕ້ອນຮັບ, , ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ທ່ານ José Raúl Mulino ປະທານາທິບໍດີ ສ.ປານາມາ ພ້ອມກັບຄະນະຜູ້ແທນຂັ້ນສູງສອງປະເທດໄດ້ດຳເນີນການເຈລະຈາ.
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ທ່ານ José Raúl Mulino ປະທານາທິບໍດີ ສ.ປານາມາ ໄດ້ເປັນສັກຂີພິຍານ ພິທີມອບຮັບເອກະສານຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການສອງປະເທດ ຫວຽດນາມ ແລະ ປານາມາ. ບັນດາເອກະສານຮ່ວມມືລວມມີ: ສັນຍາຮ່ວມມືກ່ຽວກັບການຂົນສົ່ງທາງທະເລ ລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ປານາມາ, ຂໍ້ຕົກລົງຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ; ບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືດ້ານກະສິກຳ; ບົດບັນທຶກຊ່ວຍຈຳລະຫວ່າງ ກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ແລະ ກົມທ່ອງທ່ຽວ ປານາມາ ກ່ຽວກັບການຮ່ວມມືດ້ານການທ່ອງທ່ຽວ, ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງ ອົງການພາສີ; ບົດບັນທຶກຊ່ວຍຈຳລະຫວ່າງກົມການບິນ ຫວຽດນາມ ແລະ ກົມການບິນ ປານາມາ; ບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມືລະຫວ່າງສອງສະຖາບັນການຕ່າງປະເທດ, ບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມືລະຫວ່າງມະຫາວິທະຍາໄລການເດີນເຮືອ ຫວຽດນາມ ແລະ ມະຫາວິທະຍາໄລການເດີນເຮືອສາກົນ ປານາມາ; ບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມືລະຫວ່າງສະຖາບັນວິທະຍາສາດ ກະສິກຳ ຫວຽດນາມ ແລະ ສະຖາບັນນະວັດຕະກຳ ກະສິກຳ ປານາມາ.
ແລະໃນຕອນບ່າຍວັນດຽວກັນ,ຢູ່ຮ່າໂນ້ຍ, ທ່ານ José Raúl Mulino ປະທານາທິບໍດີ ສ.ປານາມາ ແລະ ພັນລະຍາໄດ້ເຂົ້າສຸສານໄວ້ອາໄລປະທານໂຮ່ຈີມິນ ແລະ ວາງພວງມາລາຢູ່ອະນຸສາວາລີບັນດານັກວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ຖະໜົນບັກເຊີນ.
(ແຫຼ່ງຄັດຈາກ VOV)