• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WB ເສດ​ຖະ​ກິດ​ຫວຽດ​ນາມ ສືບ​ຕໍ່​ເຕີບ​ໂຕ​ແຮງ​ທີ່​ສຸດ​ຢູ່​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ ປາ​ຊີ​ຟິກ

ກຳ​ລັງ​ໜູນ​ຫຼັກ​ທີ່​ຊຸກ​ຍູ້​ການ​ເປີດກວ້າງ​ນີ້ແມ່ນ​ມາ​ຈາກ​ຂະ​ແໜງ​ການ​ຜະ​ລິດ​, ສົ່ງ​ອອກ ແລະ ການ​ລົງ​ທຶນ​ສາ​ທາ​ລະ​ນະ. ນອກ​ຈາກ​ນັ້ນ, ແຫຼ່ງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ ໃນ 6 ເດືອນ​ຕົ້ນ​ປີ ກໍ່​ບັນ​ລຸ​ລະ​ດັບ​ສູງ​ທີ່​ສຸດ​ໃນ 5 ປີ​ຜ່ານ​ມາ.
  ກຳ​ປັ່ນ​ຂົນ​ສົ່ງ container MSC KALINA ເຂົ້າ​ທຽບ​ທ່າ​ກຳ​ປັ່ນ ແລກ​ຮ​ວຽນ, ນະ​ຄອນ ຫ໋າຍ​ຝ່ອງ (ພ​າບ: VNA)  
ຕາມ​ບົດ​ລາຍ​ງານ​ກ່ຽວ​ກັບ​ເສດ​ຖະ​ກິດ ພາກ​ພື້ນ ​ນາ​ຊີ​ຕາ​ເວັນ​ອອກ - ປາ​ຊີ​ຟິກ (EAP) ທີ່​ປະ​ກາດ​ໃນ​ວັນ​ທີ 6 ຕຸ​ລາ, ຂອງ​ທະ​ນາ​ຄານ​ໂລກ (WB), ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ການ​ຄາດ​ຄະ​ເນ​​ວ່າແມ່ນ ພື້ນ​ຖານ​ເສດ​ຖະ​ກິດ​ເຕີບ​ໂຕ​ແຮງ​ທີ​ສຸດ​ຢູ່​ພາກ​ພື້ນ EAP, ຍ້ອນ​ການ​ບຸກ​ທະ​ລຸ​ຂອງ​ການ​ເຄື່ອນ​ໄຫວ​ຜະ​ລິດ ແລະ ການ​ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ເຕັກ​ໂນ​ໂລ​ຢີ​ສູງ ພ້ອ​ມ​ກັບ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ​ເຖິງ​ປັນ​ຍາ​ປະ​ດິດ, ກໍ່​ຄື​ນະ​ໂຍ​ບາຍ​ປີ​ການ​ເງິນ​ເປີດກວ້າງ. ຕາມ​ການ​ຕີ​ລາ​ຄາ​ຂອງ WB, ເສດ​ຖະ​ກິດ ຫວຽດ​ນາມ ຮັບ​ຮູ້​ທ່າ​ບຸກ​ທະ​ລຸ​ເປັນ​ໜ້າ​ປະ​ທັບ​ໃຈ​ເມື່ອ​ການ​ເຕີບ​ໂຕ​ບັນ​ລຸ 8,02%ໃນ​ປີ 2025 ແລະ ສືບ​ຕໍ່​ເພີ່ມ​ຄວາມ​ໄວ​ຂຶ້ນ​ເຖິງ 8,3%ໃນ 6 ເດືອນ​ຕົ້ນ​ປີ 2026, ກາຍ​ເປັນ​ປະ​ເທດ​ມີ​ລະ​ດັບ​ເຕີບ​ໂຕ​ນຳ​ໜ້າ​ພາກ​ພື້ນ. ກຳ​ລັງ​ໜູນ​ຫຼັກ​ທີ່​ຊຸກ​ຍູ້​ການ​ເປີດກວ້າງ​ນີ້ແມ່ນ​ມາ​ຈາກ​ຂະ​ແໜງ​ການ​ຜະ​ລິດ​, ສົ່ງ​ອອກ ແລະ ການ​ລົງ​ທຶນ​ສາ​ທາ​ລະ​ນະ. ນອກ​ຈາກ​ນັ້ນ, ແຫຼ່ງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ ໃນ 6 ເດືອນ​ຕົ້ນ​ປີ ກໍ່​ບັນ​ລຸ​ລະ​ດັບ​ສູງ​ທີ່​ສຸດ​ໃນ 5 ປີ​ຜ່ານ​ມາ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ

ພາຍ​ລັງ​ພິ​ທີ​ຕ້ອນ​ຮັບ, , ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ​ທ່ານ José Raúl Mulino ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສອງ​ປະ​ເທດ​ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ.

Top