• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການປະທະກັນລະຫວ່າງ Hamas - ອິດສະຣາແອັນ: ມີຜູ້ຮັບບາດເຈັບ ແລະ ເສຍຊີດວິດເພີ່ມຂຶ້ນ

ເຫດບຸກໂຈມຕີທາງອາກາດໃນຕອນບ່າຍວັນດຽວກັນຖືກກຸ່ມຜູ້ພວມເດີນທາງອົບພະຍົບຈາກເຂດພາກເໜືອ ກາຊາ ໄປທາງທິດໃຕ້ ຕາມຄໍາສະເໜີຂອງກອງທັບ ອິດສະລາແອັນ.
ລົດຖັງຂອງ ອິດສະຣາແອັນ ຢູ່ໃກ້ກັບເຂດ ກາຊາ (ພາບ: Reuters)

ຕອນຄ່ຳວັນທີ 13 ຕຸລາ, ວົງການເຈົ້າໜ້າທີ່ສາທາລະນະສຸກ ປາແລັດສະຕິນ ໃຫ້ຮູ້ວ່າ ມີຜູ້ເສຍຊີວິດ ແລະ ຮັບບາດເຈັບຕື່ມອີກເກືອບ 2.000 ຄົນໃນບັນດາເຫດບຸກໂຈມຕີທາງອາກາດ ແລະ ປືນໃຫຍ່ຫຼ້າສຸດຂອງກອງທັບ ອິດສະຣາແອັນ ເຂົ້າໃສ່ເຂດ ກາຊາ. ໃນນັ້ນ, ມີເຫດບຸກໂຈມຕີທາງອາກາດໃນຕອນບ່າຍວັນດຽວກັນຖືກກຸ່ມຜູ້ພວມເດີນທາງອົບພະຍົບຈາກເຂດພາກເໜືອ ກາຊາ ໄປທາງທິດໃຕ້ ຕາມຄໍາສະເໜີຂອງກອງທັບ ອິດສະລາແອັນ, ເຮັດໃຫ້ຢ່າງຫນ້ອຍມີ 70 ຄົນເສຍຊີວິດ ແລະ ຫຼາຍກວ່າ 200 ຄົນໄດ້ຮັບບາດເຈັບ. ຜູ້ຖືກເຄາະຮ້າຍທັງໝົດລ້ວນແມ່ນສາມັນຊົນ, ໃນນັ້ນມີເດັກນ້ອຍ ແລະ ແມ່ຍິງຫຼາຍຄົນ. ນັບແຕ່ເວລາເລີ່ມດຳເນີນການໂຈມຕີທາງອາກາດຂອງກອງທັບ ອິດສະຣາແອັນ ເຂົ້າໃສ່ເຂດ ກາຊາ ໃນຕອນເຊົ້າວັນທີ 07 ຕຸລາ ຮອດຕອນຄ່ຳວັນທີ 13 ຕຸລາ, ຈຳນວນຜູ້ເສຍຊີວິດແມ່ນຂຶ້ນເຖິງເກືອບ 10.000 ຄົນ.

ໃນຂະນະນັ້ນ, ການປະທະກັນໄດ້ເກີດຂຶ້ນຢູ່ຫຼາຍເຂດຕົວເມືອງຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ລະຫວ່າງບັນດາຜູ້ແຫ່ຂະບວນປະທ້ວງ ປາແລດສະຕິນ ກັບກຳລັງທະຫານ ອິດສະຣາແອັນ, ເຮັດໃຫ້ມີຊາວ ປາແລດສະຕິນ ຢ່າງໜ້ອຍ 14 ຄົນເສຍຊີວິດ ແລະ ປະມານ 300 ຄົນຖືກບາດເຈັບໃນວັນທີ 13 ຕຸລາ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top