• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການປະທະກັນຢູ່ ຕາເວັນອອກກາງ: ອາເມລິກາ ບຸກໂຈມຕີທາງອາກາດເກາະ Qeshm ຂອງ ອີຣານ

ວັນ​ທີ 2 ພະ​ຈິກ​, ໜັງ​ສື​ພິມ Wall Street Journal ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່ ອາ​ເມລິ​ກາ ໂດຍ​ໃຫ້​ຮູ້​ວ່າ​: ປະ​ເທດ​ນີ້​ໄດ້​ບຸກ​ໂຈມ​ຕີ​ເກາະ Qeshm ຂອງ​ອີ​ຣານ​. ຂໍ້​ມູນ​ຂ່າວ​ດັ່ງ​ກ່າວ​ໄດ້​ຍົກ​ອອກ​ມາ​ພາຍ​ຫຼັງ​ສຳ​ນັກ​ຂ່າວ​ສານ​ແຫ່ງ​ລັດ ອີ​ຣານ IRNA ໃຫ້​ຂ່າວ​ວ່າ ໄດ້​ເກີດ​ມີ​ເຫດລະ​ເບີດ​ໃນ​ເກາະ​ນອນ​ໃນ​ຊ່ອງ​ທະ​ເລ​ແຄບ Hormuz.
ກຳ່ປັ່ນຢູ່ທ່າກຳ່ປັ່ນໃນເກາະ Qeshm ຂອງ Iran ໃນຊ່ອງທະເລແຄບ Hormuz. (ພາບ: IRNA/VNA)

ນີ້​ແມ່ນ​ການ​ບຸກ​ໂຈມ​ຕີ​ຫຼ້າ​ສຸດ​ໃນ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ ທີ່ຈຳ​ກັດ ເຊິ່ງ ວໍ​ຊິງ​ຕັນ ດຳ​ເນີນ​ໃນ​ຊຸມ​ອາ​ທິດ​ມໍ່ໆ​ມາ​ນີ້​. ບັນ​ດາ​ການ​ບຸກ​ໂຈມ​ຕີ ໄດ້​ດຳ​ເນີນ​ໃນຂອບ​ຂະ​ໜາດ​ນ້ອຍ ແລະ ເນັ້ນການ​ຮັກ​ສາ​ຄວາມ​ລັບ ເພື່ອ​ຫຼີກ​ລ້ຽງ​ການ​ສົ່ງ​ສັນ​ຍານ​ວ່າ ອາ​ເມລິ​ກາ ມີແນວຄິດຢາກ​ເຊື່ອມ​ຕໍ່​ບັ້ນ​ຮົບ​ການ​ທະ​ຫານ​ຂະ​ໜາດ​ໃຫຍ່​ແນ​ໃສ່ ອີ​ຣານ​.

​ແລະ​ກໍ່​ໃນ​ວັນ​ດຽວ​ກັນ​, ທ່ານ Trump, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມລິ​ກາ ກໍ່​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ອີ​ຣານ ແລະ ອາ​ເມລິ​ກາ ອາດ​ຈະ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ເພື່ອ​ແນ​ໃສ່​ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່ ຕາ​ເວັນ​ອອກ​ກາງ​. ຫວ່າງມໍ່ໆມານີ້​, ການ​ນຳ ອາ​ເມລິ​ກາ ປະ​ກາດ​ວ່າ ວໍ​ຊິງ​ຕັນ ບໍ່​ມີ​ເຈດ​ຈຳ​ນົງ​ບຸກ​ໂຈມ​ຕີ ເຕ​ເຮຣານ ກ່ອນ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ຂອງ​ສະ​ພາ​ແຫ່ງ​ຊາດ​. ທ່ານ JD Vance, ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມລິ​ກາ ກໍ່​ໃຫ້​ຮູ້​ວ່າ​ ໄດ້ບັນ​ລຸ​ “​ຄວາມ​ຄືບ​ໜ້າ​ຈຳນວນໜຶ່ງ” ໃນ​ການ​ປຶກ​ສາ​ຫາ​ລື​ລະ​ຫວ່າງ ອາ​ເມລິ​ກາ ແລະ ອີ​ຣານ ເພື່ອ​ແນ​ໃສ່​ຢຸດ​ຕິ​ການ​ປະ​ທະ​ກັນ​.

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ​ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ ຄຳ​ຟອງ ອິນ​ມາ​ນີ ມີ​ຄວາມ​ຫວັງ​ຢ່າງ​ຍິ່ງ​ວ່າ ສອງ​ພັກ, ສອງ​ລັດ ຈະສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແລ​ກ​ປ່ຽນ​ປະ​ສົບ​ການ, ແບ່ງ​ປັນ​ບັນ​ດາ​ຜົນ​ສຳ​ເລັດ ແລະ ບົດ​ຮຽນ​ພຶດ​ຕິ​ກຳ ຕົວ​ຈິງ, ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ ລາວ - ຫວຽດ​ນາມ ຢ່າງ​ຕໍ່​ເນື່ອງ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

Top