• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງທີ 60 ກຸ່ມສະເພາະກິດຂໍ້ລິເລີ່ມຮ່ວມສຳພັນອາຊຽນ

ວັນທີ 28 ກຸມພາ, ກອງປະຊຸມຄັ້ງທີ 60 ກຸ່ມສະເພາະກິດຂໍ້ລິເລີ່ມຮ່ວມສຳພັນອາຊຽນ (IAI TF) ໄດ້ດຳເນີນໄປຢູ່ສຳນັກງານຄະນະເລຂາອາຊຽນ, ທີ່ນະຄອນຫຼວງຈາກາຕາ, ປະເທດອິນໂດເນເຊຍ.


 ກອງປະຊຸມຄັ້ງທີ 60 ກຸ່ມສະເພາະກິດຂໍ້ລິເລີ່ມຮ່ວມສຳພັນອາຊຽນ

(ພາບ: ຄະນະເລຂາອາຊຽນ)


ກອງປະຊຸມໄດ້ຮັບຮອງເອົາ 6 ຂໍ້ສະເໜີໂຄງການໃໝ່ໃນບັນດາຂົງເຂດຄື: ວິສາຫະກິດຂະໜາດກາງ ແລະ ນ້ອຍ, ສ້າງກຳລັງຄວາມສາມາດກ່ຽວກັບການບຳລຸງສ້າງອາຊີບ, ຄົ້ນຄວ້າຍົກສູງລະດັບການສຶກສາສອນອາຊີບໃຫ້ແກ່ພະນັກງານການແພດ, ສ້າງແຜນການໃຫ້ແກ່ການສ້າງແຜນດຳເນີນງານ IAI ໄລຍະ 2021-2025…

          ກອງປະຊຸມເນັ້ນໜັກວ່າ, ເພື່ອຮັບປະກັນປະສິດທິຜົນການເຄື່ອນໄຫວຂອງໂຄງການໃນຂອບເຂດແຜນດຳເນີນງານ IAI, ບັນດາປະເທດ ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ ແມ່ນບັນດາປະເທດໄດ້ຮັບຜົນປະໂຫຍດ, ຄວນເພີ່ມທະວີການປະສານສົມທົບລະຫວ່າງບັນດາອົງການຢູ່ພາຍໃນປະເທດ ແລະ ບັນດາຫົວໜ່ວຍປະຕິບັດໂຄງການ IAI ແລະ ລະຫວ່າງບັນດາອົງການສູນກາງຢູ່ພາຍໃນປະເທດ ແລະ ບັນດາຄະນະຜູ້ຕາງໜ້າປະຈຳອາຊຽນ.

(ແຫຼ່ງຄັດຈາກ VOV)

ໄຂ AMM59: ໂລ່ຂອງ ອາ​ຊຽນ​ໃນ​ໂລກ ເຕັມ​ໄປ​ດ້ວຍ​ການ​ຜັນ​ແປ, ຂາດ​ສະ​ຖຽນ​ລະ​ພາບ ແລະ ຄາດ​ຄະ​ເນ​ໄດ້​ຍາກ

ໄຂ AMM59: ໂລ່ຂອງ ອາ​ຊຽນ​ໃນ​ໂລກ “ເຕັມ​ໄປ​ດ້ວຍ​ການ​ຜັນ​ແປ, ຂາດ​ສະ​ຖຽນ​ລະ​ພາບ ແລະ ຄາດ​ຄະ​ເນ​ໄດ້​ຍາກ”

ກຳ​ລັງ​ແຮງ ແລະ ຄວາມ​ສາ​ມາດ​ຟື້ນ​ຟູ​ນອນ​ໃນ​ການ​ຮ່ວມ​ມື. ການ​ກະ​ທຳ​ພ້ອມ​ກັນ​ແມ່ນ​ໂລ່​ເພື່ອ​ໃຫ້ ອາ​ຊຽນ ຕ້ານ​ຄືນ​ຄວາມ​ກົດ​ດັນ​ໃນ​ໂລກ ເຕັມ​ໄປ​ດ້ວຍ​ການ​ຜັນ​ແປ, ຂາດ​ສະ​ຖຽນ​ລະ​ພາບ ແລະ ຄາດ​ຄະ​ເນ​ໄດ້​ຍາກ”.

Top