ຂ່າວສານ

ກອງປະຊຸມຄັ້ງທີ 60 ກຸ່ມສະເພາະກິດຂໍ້ລິເລີ່ມຮ່ວມສຳພັນອາຊຽນ

ວັນທີ 28 ກຸມພາ, ກອງປະຊຸມຄັ້ງທີ 60 ກຸ່ມສະເພາະກິດຂໍ້ລິເລີ່ມຮ່ວມສຳພັນອາຊຽນ (IAI TF) ໄດ້ດຳເນີນໄປຢູ່ສຳນັກງານຄະນະເລຂາອາຊຽນ, ທີ່ນະຄອນຫຼວງຈາກາຕາ, ປະເທດອິນໂດເນເຊຍ.


 ກອງປະຊຸມຄັ້ງທີ 60 ກຸ່ມສະເພາະກິດຂໍ້ລິເລີ່ມຮ່ວມສຳພັນອາຊຽນ

(ພາບ: ຄະນະເລຂາອາຊຽນ)


ກອງປະຊຸມໄດ້ຮັບຮອງເອົາ 6 ຂໍ້ສະເໜີໂຄງການໃໝ່ໃນບັນດາຂົງເຂດຄື: ວິສາຫະກິດຂະໜາດກາງ ແລະ ນ້ອຍ, ສ້າງກຳລັງຄວາມສາມາດກ່ຽວກັບການບຳລຸງສ້າງອາຊີບ, ຄົ້ນຄວ້າຍົກສູງລະດັບການສຶກສາສອນອາຊີບໃຫ້ແກ່ພະນັກງານການແພດ, ສ້າງແຜນການໃຫ້ແກ່ການສ້າງແຜນດຳເນີນງານ IAI ໄລຍະ 2021-2025…

          ກອງປະຊຸມເນັ້ນໜັກວ່າ, ເພື່ອຮັບປະກັນປະສິດທິຜົນການເຄື່ອນໄຫວຂອງໂຄງການໃນຂອບເຂດແຜນດຳເນີນງານ IAI, ບັນດາປະເທດ ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ ແມ່ນບັນດາປະເທດໄດ້ຮັບຜົນປະໂຫຍດ, ຄວນເພີ່ມທະວີການປະສານສົມທົບລະຫວ່າງບັນດາອົງການຢູ່ພາຍໃນປະເທດ ແລະ ບັນດາຫົວໜ່ວຍປະຕິບັດໂຄງການ IAI ແລະ ລະຫວ່າງບັນດາອົງການສູນກາງຢູ່ພາຍໃນປະເທດ ແລະ ບັນດາຄະນະຜູ້ຕາງໜ້າປະຈຳອາຊຽນ.

(ແຫຼ່ງຄັດຈາກ VOV)


top