ຂ່າວສານ
World Cup 2026: ອາເມລິກາ ຊ່ວຍອອກ ວິຊາ ໃຫ້ແມ່ຜູ້ເຝົ້າປະຕູທິມບານເຕະ Cape Verde ເພື່ອມາເຊຍລູກແຂ່ງຂັນ
ໜຶ່ງໃນບັນດາເລື່ອງລາວທີ່ໄດ້ຮັບຄວາມສົນໃຈທີ່ສຸດຢູ່ນອກການແຂ່ງຂັນ World Cup 2026 ໃນຊຸມວັນຜ່ານມາແມ່ນເລື່ອງ ແມ່ຂອງ Josimar Vozinha Dias, ຜູ້ເຝົ້າປະຕູທິມບານເຕະ Cape Verde, ຈະເດີນທາງໄປຍັງ ອາເມລິກາ ເພື່ອເຊຍໃຫ້ລູກຊາຍຂອງຕົນ ພາຍຫຼັງໄດ້ຮັບການຊ່ວຍເຫຼືອພິເສດຈາກບັນດາເຈົ້າໜ້າທີ່ຂັ້ນສູງຂອງປະເທດເຈົ້າພາບ. ເລື່ອງນີ້ປະກົດຂຶ້ນພາຍຫຼັງນັດແຂ່ງຂັນສະເໝີກັນເປັນໜ້າປະຫຼາດໃຈ ດ້ວຍ 0 - 0 ປະຕູລະຫວ່າງທິມ Cape Verde ກັບ ທິມບານເຕະ ແອັດສະປາຍ. ນີ້ແມ່ນຄັ້ງທຳອິດທີ່ທິມ Cape Verde ເຂົ້າຮ່ວມການແຂ່ງຂັນ World Cup . ພາຍຫຼັງນັດແຂ່ງຂັນດັ່ງກ່າວ, Josimar Vozinha Dias ໄດ້ແບ່ງປັນດ້ວຍຄວາມຕື້ນຕັນໃຈວ່າ ແມ່ຂອງລາວ ບໍ່ສາມາດມີໜ້າຢູ່ສະໜາມໄດ້ ຍ້ອນປະສົບກັບຄວາມຫຍຸ້ງຍາກໃນການຂໍວິຊາເຂົ້າເມືອງ ອາເມລິກາ. ເລື່ອງນີ້ໄດ້ເຜີຍແຜ່ໃນສື່ສັງຄົມອອນໄລຢ່າງໄວວາ ແລະ ດຶງດູດຄວາມສົນໃຈຈາກວົງການນັກການເມືອງ ອາເມລິກາ. ໃນສື່ສັງຄົມອອນໄລ X, ທ່ານ Hakeem Jeffries ການນຳພັກປະຊາທິປະໄຕຢູ່ ສະພາຕ່ຳ ໃຫ້ຮູ້ວ່າ ທ່ານໄດ້ຕິດຕໍ່ກັບ ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ ແລະ ສະເໜີກະຊວງການຕ່າງປະເທດ ອາເມລິກາ ໃຫ້ການຊ່ວຍເຫຼືອ ເພື່ອໃຫ້ແມ່ຂອງຜູ້ເຝົ້າປະຕູທິມບານເຕະ Cape Verde ສາມາດເຂົ້າ ອາເມລິກາ ກ່ອນທີ່ທິມນີ້ຈະແຂ່ງຂັນນັດຕໍ່ໄປ.
ຕາມແຜນການແລ້ວ, ແມ່ຂອງຜູ້ເຝົ້າປະຕູ Josimar Vozinha Dias ຈະເດີນທາງໄປ Miami ແລະ ພົບປະກັບລູກຊາຍຂອງຕົນກ່ອນທີ່ນັດແຂ່ງຂັນລະຫວ່າງທິມ Cape Verde ແລະທິມ ອູຣູກວາຍຈະດຳເນີນ ໃນທ້າຍອາທິດນີ້.






