ຂ່າວສານ

World Cup 2026: ອາ​ເມ​ລິ​ກາ ​ຊ່ວຍ​ອອກ ວິ​ຊາ ໃຫ້​ແມ່​ຜູ້​ເຝົ້າ​ປະ​ຕູ​ທິມ​ບານ​ເຕະ Cape Verde ​ເພື່ອ​ມາເຊຍລູກ​ແຂ່ງ​ຂັນ

ໃນ​ສື່​ສັງ​ຄົມ​ອອນ​ໄລ X, ທ່ານ Hakeem Jeffries ການ​ນຳ​ພັກ​ປະ​ຊາ​ທິ​ປະ​ໄຕ​ຢູ່ ສະ​ພາ​ຕ່ຳ ໃຫ້​ຮູ້​ວ່າ ທ່ານ​ໄດ້​ຕິດ​ຕໍ່​ກັບ​ ທ່ານ Marco Rubio ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ແລະ ສະ​ເໜີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ໃຫ້​ການຊ່ວຍ​ເຫຼືອ ເພື່​ອ​ໃຫ້​ແມ່ຂອງ​ຜູ້​ເຝົ້າ​ປະ​ຕູ​ທິມ​ບານ​ເຕະ Cape Verde ສາ​ມາດ​ເຂົ້າ​ ອາ​ເມ​ລິ​ກາ ກ່ອນ​ທີ່​ທິມນີ້​ຈະ​ແຂ່ງ​ຂັນນັດ​​ຕໍ່​ໄປ.
Vozinha ໃນ​ການ​ແຂ່ງ​ຂັນ​ກັບ​ທິມ​ບານ​ເຕະ ແອັ​ດ​ສະ​ປາຍ (ພາບ: REUTERS)

ໜຶ່ງ​ໃນ​ບັນ​ດາ​ເລື່ອງ​ລາວ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ທີ່​ສຸດ​ຢູ່ນອກ​ການ​ແຂ່ງ​ຂັນ World Cup 2026 ໃນ​ຊຸມ​ວັນ​ຜ່ານ​ມາ​ແມ່ນ​ເລື່ອງ ແມ່​ຂອງ Josimar Vozinha Dias, ​ຜູ້​ເຝົ້າ​ປະ​ຕູ​​ທິມ​ບານ​ເຕະ Cape Verde, ຈະ​ເດີນ​ທາງ​ໄປ​ຍັງ ອາ​ເມ​ລິກ​າ ເພື່ອເຊຍ​ໃຫ້​ລູກ​ຊາຍຂອງ​ຕົນ ພາຍຫຼັງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​​ພິ​ເສດ​ຈາກ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ປະ​ເທດ​ເຈົ້າ​ພາບ. ເລື່ອງນີ້​ປະ​ກົດ​ຂຶ້ນ​ພາຍຫຼັງ​ນັດ​ແຂ່ງ​ຂັນ​ສະ​ເໝີ​ກັນ​ເປັນ​ໜ້າ​ປະຫຼາດ​ໃຈ ດ້ວຍ 0 - ​0 ປະ​ຕູລະ​ຫວ່າງ​ທິມ Cape Verde ກັບ ທິມ​ບາ​ນ​ເຕະ ແອັດ​ສະ​ປາຍ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ທິມ Cape Verde ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ World Cup ​. ພາຍຫຼັງ​ນັດ​ແຂ່ງ​ຂັນ​ດັ່ງ​ກ່າວ, Josimar Vozinha Dias ໄດ້​ແບ່ງ​ປັນ​ດ້ວຍ​ຄວາມ​ຕື້ນ​ຕັນ​ໃຈ​ວ່າ ແມ່​ຂອງ​ລາວ ບໍ່​ສ​າ​ມາດ​ມີໜ້າຢູ່ສະໜາມ​ໄດ້ ຍ້ອນ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ຂໍ​ວິ​ຊາ​ເຂົ້າ​ເມືອງ ອາ​ເມ​ລິ​ກາ. ເລື່ອງ​ນີ້ໄດ້​ເຜີຍ​ແຜ່​ໃນ​ສື່​ສັງ​ຄົມ​ອອນ​ໄລຢ່າງ​ໄວ​ວາ ແລະ ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກວົງ​ການ​ນັກ​ການ​ເມືອງ ອາ​ເມ​ລິ​ກາ. ໃນ​ສື່​ສັງ​ຄົມ​ອອນ​ໄລ X, ທ່ານ Hakeem Jeffries ການ​ນຳ​ພັກ​ປະ​ຊາ​ທິ​ປະ​ໄຕ​ຢູ່ ສະ​ພາ​ຕ່ຳ ໃຫ້​ຮູ້​ວ່າ ທ່ານ​ໄດ້​ຕິດ​ຕໍ່​ກັບ​ ທ່ານ Marco Rubio ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ແລະ ສະ​ເໜີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ໃຫ້​ການຊ່ວຍ​ເຫຼືອ ເພື່​ອ​ໃຫ້​ແມ່ຂອງ​ຜູ້​ເຝົ້າ​ປະ​ຕູ​ທິມ​ບານ​ເຕະ Cape Verde ສາ​ມາດ​ເຂົ້າ​ ອາ​ເມ​ລິ​ກາ ກ່ອນ​ທີ່​ທິມນີ້​ຈະ​ແຂ່ງ​ຂັນນັດ​​ຕໍ່​ໄປ.

ຕາມ​ແຜນ​ການ​ແລ້ວ, ແມ່​ຂອງ​ຜູ້​ເຝົ້າ​ປະ​ຕູ Josimar Vozinha Dias ຈະ​ເດີນ​ທາງ​ໄປ​ Miami ແລະ ​ພົບ​ປະ​ກັບ​ລູກ​ຊາຍ​ຂອງ​ຕົນ​ກ່ອນ​ທີ່​ນັດ​ແຂ່ງ​ຂັນ​ລະ​ຫວ່າງທິມ Cape Verde ແລະ​ທິມ ອູ​ຣູກວາຍ​ຈະ​ດຳ​ເນີນ ໃນ​ທ້າຍ​ອາ​ທິດ​ນີ້.


top