• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WHO ຕີ​ລາ​ຄາ ຫ​ວຽດ​ນາມ ຮັບ​ມ​ືໃນ​ວ​ຽກ​ງານ​ປ້ອງ​ກັນ​ສ​ະ​ກັ​ດກັ້ນ​ໂລກ​ລ​ະ​ບາດ​ໂຄວິດ-19 ຢ່​າງ​ໄວ​ວາ, ທັນ​ການ

ຕອນບ່າຍວັນທີ 27 ກໍລະກົດ, ຢູ່ ຮ່າໂນ້ຍ, ຄະນະປະຈຳຄະນະຊີ້ນຳແຫ່ງຊາດກ່ຽວກັບປ້ອງກັນສະກັດກັ້ນໂລກລະບາດໂຄວິດ-19 ໄດ້ໂຮມປະຊຸມກັບອົງການອະນາໄມໂລກ (WHO) ແລະ ບັນດາອົງການສາກົນກ່ຽວກັບການປ້ອງກັນ, ສະກັດກັ້ນເຊື້ອພະຍາດ.

ທ່ານ ປະລິນຍາເອກ Kidong Park, ຫົວໜ້າຜູ້ຕາງໜ້າ WHO ປະຈຳ ຫວຽດນາມ  (ພາບ: VGP) 

ທີ່ກອງປະຊຸມ, ທ່ານ ປະລິນຍາເອກ Kidong Park, ຫົວໜ້າຜູ້ຕາງໜ້າ WHO ປະຈຳ ຫວຽດນາມ ຕີລາຄາເລື່ອງກວດພົບຜູ້ຕິດເຊື້ອໂຄວິດ-19ຄືນໃໝ່ໃນວົງຄະນະຍາດຢູ່ ຫວຽດນາມ ແມ່ນເລື່ອງປົກກະຕິ. ພາຍຫຼັງຄົ້ນພົບຜູ້ຕິດເຊື້ອທຳອິດ, ລະບົບປ້ອງກັນ, ສະກັດກັ້ນເຊື້ອພະຍາດຂອງ ຫວຽດນາມ ໄດ້ມີການກະທຳຮັບມືຢ່າງໄວວາ, ຈັດການແຍກຫ່າງ, ກວດກາ. ຜູ້ຕາງໜ້າ WHO, ບັນດາອົງການ, ນັກຊ່ຽວຊານສາກົນກໍ່ຕີລາຄາສູງເລື່ອງສະໜອງຂໍ້ມູນຂ່າວສານເປີດເຜີຍ, ໂປ່ງໃສ, ທັນການຂອງ ຫວຽດນາມ. ບັນດາອົງການສາກົນ ປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ແບ່ງປັນຂໍ້ມູນຂ່າວສານກ່ຽວກັບບັນດາການປ່ຽນແປງຂອງໄວຣັດ SARS-CoV-2; ການນຳໃຊ້ບັນດາຊຸດ Kit ທົດລອງ;  ຂັ້ນຕອນການປິ່ນປົວຜູ້ຕິດເຊື້ອໂຄວິດ-19. ສຳລັບການຄາດຄະເນຂອງ ຫວຽດນາມ ແລ້ວແມ່ນຈະມີຜູ້ຕິດເຊື້ອໂຄວິດ-19ນັບຮ້ອຍໆຄົນເມື່ອນຳສົ່ງພົນລະເມືອງກັບມາປະເທດຈາກຕ່າງປະເທດ, WHO, ບັນດາອົງການສາກົນຖືວ່າ ເລື່ອງນີ້ອາດຈະເຮັດໃຫ້ກໍລະນີຜູ້ຕິດເຊື້ອຢູ່ ຫວຽດນາມ ເພີ່ມຂຶ້ນ, ແຕ່ບໍ່ຍ້ອນແນວນັ້ນຈະເຮັດໃຫ້ປ່ຽນແປງໝາກຜົນ ແລະ ຜົນສຳເລັດໃນວຽກງານປ້ອງກັນສະກັດກັ້ນໂລກລະບາດໂຄວິດ-19ຂອງ ຫວຽດນາມ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top