• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

P4G: ຫັນ​ປ່ຽນ​ສີ​ຂຽວ​ແບບ​ຍືນ​ຍົງ, ຖື​ມະ​ນຸດ​ເປັນ​ໃຈ​ກາງ

ຢູ່ວາລະປຶກສາຫາລື, ບັນດາຜູ້ແທນໄດ້ເຫັນດີຖືວ່າການຮ່ວມມືສາກົນ, ຍົກສູງລັດທິຫຼາຍຝ່າຍແມ່ນປັດໄຈສຳຄັນເພື່ອຮັບປະກັນການແກ້ໄຂບັນດາສິ່ງທ້າທາຍ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນເພີ່ມເຕີມເຊິ່ງກັນແລະກັນ, ພ້ອມກັນພັດທະນາບົນຈິດໃຈກວມລວມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນ ທີ່ກອງປະຊຸມ

ວັນທີ 17 ເມສາ, ແມ່ນມື້ເຮັດວຽກທີສອງຂອງກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມືເພື່ອການພັດທະນາສີຂຽວ ແລະ ເປົ້າໝາຍທົ່ວໂລກ 2030 ຄັ້ງທີ 4 (P4G) ສືບຕໍ່ບັນດາວາລະປຶກສາຫາລືຫົວເລື່ອງສະເພາະ. ບັນດາຜູ້ແທນ ຫວຽດນາມ ແລະ ສາກົນພ້ອມກັນແບ່ງປັນ, ຊອກຫາທິດກ້າວເດີນໃຫ້ແກ່ການເຕີບໂຕສີຂຽວ ແລະ ຍືນຍົງ, ໃນທຸກຂົງເຂດທັງໝົດ. ກ່າວຄຳເຫັນທີ່ວາລະປຶກສາຫາລືລະດັບສູງ ຂອງກອງປະຊຸມສຸດຍອດ P4G, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ:

ສ້າງກຳລັງຄວາມສາມາດດ້ານເສດຖະກິດສີຂຽວລວມມີ: ລະບົບການເງິນໜູນຊ່ວຍບັນດາຂະແໜງເສດຖະກິດຂຽວ, ດ້ວຍເສດຖະກິດໝູນວຽນສວມບົດບາດຫຼັກ, ເຕັກໂນໂລຢີສີຂຽວ ແລະ ນະວັດຕະກຳສວມບົດບາດເປັນໃຈກາງເພື່ອຍົກສູງປະສິດທິຜົນໃນການນຳໃຊ້ຊັບພະຍາກອນ ແລະ ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ. ການຮ່ວມມືສາກົນ ແລະ ເຊື່ອມຕໍ່ລະຫວ່າງບັນດາຂະແໜງ, ລະຫວ່າງລັດຖະບານ, ວິສາຫະກິດ ແລະ ບັນດາອົງການຈັດຕັ້ງສາກົນແມ່ນມີຄວາມຈຳເປັນທີ່ສຸດເພື່ອຊ່ວຍຫັນວິວັດການແບ່ງປັນບົດຮຽນປະສົບການໃຫ້ດີທີ່ສຸດ, ຂຸດຄົ້ນແຫຼ່ງກຳລັງລວມ, ສ້າງເງື່ອນໄຂສະດວກໃຫ້ແກ່ການຖ່າຍທອດເຕັກໂນໂລຢີ ແລະ ໜູນຊ່ວຍດ້ານການເງິນ.

ຢູ່ວາລະປຶກສາຫາລື, ບັນດາຜູ້ແທນໄດ້ເຫັນດີຖືວ່າການຮ່ວມມືສາກົນ, ຍົກສູງລັດທິຫຼາຍຝ່າຍແມ່ນປັດໄຈສຳຄັນເພື່ອຮັບປະກັນການແກ້ໄຂບັນດາສິ່ງທ້າທາຍ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນເພີ່ມເຕີມເຊິ່ງກັນແລະກັນ, ພ້ອມກັນພັດທະນາບົນຈິດໃຈກວມລວມ, ເປີດອະນາຄົດທີ່ສົດໄສ ແລະ ຍືນຍົງ, ເພື່ອບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 81

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 81

ໃນພາລະກິດແຫ່ງການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນທົ່ວສັງຄົມ, ພະນັກງານ, ນັກຮົບຕຳຫຼວດ ມີຄວາມກ້າຫານຕໍ່ສູ້, ກຽມພ້ອມເສຍສະຫຼະເພື່ອຄວາມສະຫງົບ, ຄວາມຜາສຸກຂອງປະຊາຊົນ.

Top