• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Festival ວັດທະນະທຳ ຫວຽດນາມ-ການພົວພັນແລກປ່ຽນກັບສາກົນປີ 2019

Festival ວັດທະນະທຳ ຫວຽດນາມ-ການພົວພັນແລກປ່ຽນກັບສາກົນປີ2019 ແມ່ນຫນຶ່ງໃນບັນດາເຫດການທີ່ພົ້ນເດັ່ນ ມີຄຸນຄ່າດ້ານວັດທະນະທຳ, ພັດທະນາ ແລະ ອະນຸລັກຮັກສາຄຸນຄ່າວັດທະນະທຳໝູ່ບ້ານໃນເມື່ອກ່ອນ ແລະ ປະຈຸບັນ ຈະດຳເນີນໃນເວລາ 5 ມື້ ແຕ່ວັນທີ 6 ມີນາ ຮອດວັນທີ 10 ມີນາ ຢູ່ ພະລາດຊະວັງ ແທງລອງ ຮ່າໂນ້ຍ. 

ນີ້ແມ່ນເຫດການວັດທະນະທຳທີ່ພົ້ນເດັ່ນ ຊື່ງວາດພາບເຖິງໝູ່ບ້ານໃນເມື່ອກອ່ນ, ຕະຫລາດບ້ານນາ, ເຮືອນບູຮານ.

ໃນຂອບເຂດງານບຸນ ຍັງຈັດໃຫ້ມີກອງປະຊຸມສຳມະນາ ແລະ ການໂອ້ລົມສົນທະນາກ່ຽວກັບການຮັກສາເຄື່ອງໝາຍ, ການພັດທະນາວິສາຫະກິດ, ວັດທະນະທຳ, ພິທີໄວ້ບູຊາຂອງຊາວຫວຽດນາມ, ການຂັບເຈົາວັນ, ການເຫລື້ອມໃສບູຊາພະແມ່ ແລະ ຮັບຮູ້ບັນດາການປະກອບສ່ວນ, ການອຸທິດສ່ວນຂອງບັນດານັກສິລະປີນຫວຽດນາມ ທີ່ໄດ້ຮັກສາ ແລະ ຖ່າຍທອດວັດທະນະທຳຫວຽດນາມ.

(ແຫຼ່ງຄັດຈາກ VOV)

ງານ​ບຸນ ແຈກ​ຢາຍ​ທັນ​ສະຫານ - ເປີດ​ປະ​ທັບ​ຕາກາ​ຈ້ຳ ດຶກ​ແທັ້ງ​ເຈິ່ນ 2026

ງານ​ບຸນ ແຈກ​ຢາຍ​ທັນ​ສະຫານ - ເປີດ​ປະ​ທັບ​ຕາກາ​ຈ້ຳ ດຶກ​ແທັ້ງ​ເຈິ່ນ 2026

ງານບຸນມີຄວາມໝາຍພາວະນາຂໍ້ໃຫ້ ປະເທດຊາດມີຄວາມສະຫງົບສຸກ, ປະຊາຊົນມີຄວາມອີ່ມໜຳສຳລານ, ສົມບູນພູມສຸກ, ດິນຟ້າອາກາດອຳນວຍຄວາມສະດວກ, ລະດູການເກັບກຽວໄດ້ຮັບຜົນດີ, ມີໂຊກມີໄຊ, ປະກອບສ່ວນຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳທີ່ເປັນມູນເຊື້ອ, ສະແດງໃຫ້ເຫັນຄາດຫວັງກ່ຽວກັບປະເທດຈະເລີນຮຸ່ງເຮືອງ, ພັດທະນາແບບຍືນຍົງ.

Top