• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

EVFTA: ໂອກາດໃໝ່ໃຫ້ແກ່ບັນດາວິສາຫະກິດ ອີຢູ ເຂົ້າມາລົງທຶນ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ

ວັນທີ 25 ກັນຍາ, ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ, ຫ້ອງການການຄ້າ ຫວຽດນາມ ປະຈຳ ສິງກະໂປ ໄດ້ສົມທົບກັບສະພາດຳເນີນທຸລະກິດ ອີຢູ - ອາຊຽນ, ຫ້ອງການການຄ້າສາກົນສິງກະໂປ ແລະ ສະຫະສະມາຄົມວິສາຫະກິດ ເອີຣົບ ປະຈຳ ຫວຽດນາມ (EuroCham) ຈັດຕັ້ງກອງປະຊຸມທາງອອນລາຍດ້ວຍຫົວຂໍ້ວ່າ “EVFTA ມີຜົນສັກສິດຢ່າງເປັນທາງການ - ບັນດາໂອກາດໃໝ່ໃຫ້ແກ່ບັນດາວິສາຫະກິດ ອີຢູ ເຂົ້າມາລົງທຶນ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ”. 

ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ຕ່າວທິແທງເຮືອງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: TTXVN

ກອງປະຊຸມແມ່ນໂອກາດທີ່ໄດ້ເພື່ອໃຫ້ບັນດາກຸ່ມບໍລິສັດນາໆຊາດຂອງ ອີຢູ ທີ່ມີສຳນັກງານຕັ້ງຢູ່ ສິງກະໂປ ມີຄວາມເຂົ້າໃຈແຈ້ງກ່ວາ ກ່ຽວກັບຕະຫລາດ ຫວຽດນາມ ໃນປະຈຸບັນ ແນໃສ່ຍາດແຍ່ງກາລະໂອກາດ ເມື່ອສັນຍາການຄ້າເສລີລະຫວ່າງ ອີຢູ ແລະ ຫວຽດນາມ (EVFTA) ໄດ້ນຳເຂົ້າປະຕິບັດ. ກອງປະຊຸມກໍ່ສຸມໃສ່ແບ່ງປັນກັບປະຊາຄົມວິສາຫະກິດ ອີຢູ ກ່ຽວກັບການອັບເດດສະພາບການດຳເນີນທຸລະກິດ, ສະພາບແວດລ້ອມແຫ່ງການລົງທຶນ, ນະໂຍບາຍການຄ້າ ແລະ ບັນດາບາດກ້າວກະກຽມຂອງ ຫວຽດນາມ ພາຍຫລັງ EVFTA ມີຜົນສັກສິດ.
(ແຫຼ່ງຄັດຈາກ VOV)

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top