ຂ່າວສານ EVFTA: ໂອກາດໃໝ່ໃຫ້ແກ່ບັນດາວິສາຫະກິດ ອີຢູ ເຂົ້າມາລົງທຶນ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ 26/09/2020 ວັນທີ 25 ກັນຍາ, ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ, ຫ້ອງການການຄ້າ ຫວຽດນາມ ປະຈຳ ສິງກະໂປ ໄດ້ສົມທົບກັບສະພາດຳເນີນທຸລະກິດ ອີຢູ - ອາຊຽນ, ຫ້ອງການການຄ້າສາກົນສິງກະໂປ ແລະ ສະຫະສະມາຄົມວິສາຫະກິດ ເອີຣົບ ປະຈຳ ຫວຽດນາມ (EuroCham) ຈັດຕັ້ງກອງປະຊຸມທາງອອນລາຍດ້ວຍຫົວຂໍ້ວ່າ “EVFTA ມີຜົນສັກສິດຢ່າງເປັນທາງການ - ບັນດາໂອກາດໃໝ່ໃຫ້ແກ່ບັນດາວິສາຫະກິດ ອີຢູ ເຂົ້າມາລົງທຶນ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ”. ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ຕ່າວທິແທງເຮືອງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: TTXVN ກອງປະຊຸມແມ່ນໂອກາດທີ່ໄດ້ເພື່ອໃຫ້ບັນດາກຸ່ມບໍລິສັດນາໆຊາດຂອງ ອີຢູ ທີ່ມີສຳນັກງານຕັ້ງຢູ່ ສິງກະໂປ ມີຄວາມເຂົ້າໃຈແຈ້ງກ່ວາ ກ່ຽວກັບຕະຫລາດ ຫວຽດນາມ ໃນປະຈຸບັນ ແນໃສ່ຍາດແຍ່ງກາລະໂອກາດ ເມື່ອສັນຍາການຄ້າເສລີລະຫວ່າງ ອີຢູ ແລະ ຫວຽດນາມ (EVFTA) ໄດ້ນຳເຂົ້າປະຕິບັດ. ກອງປະຊຸມກໍ່ສຸມໃສ່ແບ່ງປັນກັບປະຊາຄົມວິສາຫະກິດ ອີຢູ ກ່ຽວກັບການອັບເດດສະພາບການດຳເນີນທຸລະກິດ, ສະພາບແວດລ້ອມແຫ່ງການລົງທຶນ, ນະໂຍບາຍການຄ້າ ແລະ ບັນດາບາດກ້າວກະກຽມຂອງ ຫວຽດນາມ ພາຍຫລັງ EVFTA ມີຜົນສັກສິດ. (ແຫຼ່ງຄັດຈາກ VOV)

ວັນທີ 25 ກັນຍາ, ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ, ຫ້ອງການການຄ້າ ຫວຽດນາມ ປະຈຳ ສິງກະໂປ ໄດ້ສົມທົບກັບສະພາດຳເນີນທຸລະກິດ ອີຢູ - ອາຊຽນ, ຫ້ອງການການຄ້າສາກົນສິງກະໂປ ແລະ ສະຫະສະມາຄົມວິສາຫະກິດ ເອີຣົບ ປະຈຳ ຫວຽດນາມ (EuroCham) ຈັດຕັ້ງກອງປະຊຸມທາງອອນລາຍດ້ວຍຫົວຂໍ້ວ່າ “EVFTA ມີຜົນສັກສິດຢ່າງເປັນທາງການ - ບັນດາໂອກາດໃໝ່ໃຫ້ແກ່ບັນດາວິສາຫະກິດ ອີຢູ ເຂົ້າມາລົງທຶນ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ”. ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ຕ່າວທິແທງເຮືອງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: TTXVN ກອງປະຊຸມແມ່ນໂອກາດທີ່ໄດ້ເພື່ອໃຫ້ບັນດາກຸ່ມບໍລິສັດນາໆຊາດຂອງ ອີຢູ ທີ່ມີສຳນັກງານຕັ້ງຢູ່ ສິງກະໂປ ມີຄວາມເຂົ້າໃຈແຈ້ງກ່ວາ ກ່ຽວກັບຕະຫລາດ ຫວຽດນາມ ໃນປະຈຸບັນ ແນໃສ່ຍາດແຍ່ງກາລະໂອກາດ ເມື່ອສັນຍາການຄ້າເສລີລະຫວ່າງ ອີຢູ ແລະ ຫວຽດນາມ (EVFTA) ໄດ້ນຳເຂົ້າປະຕິບັດ. ກອງປະຊຸມກໍ່ສຸມໃສ່ແບ່ງປັນກັບປະຊາຄົມວິສາຫະກິດ ອີຢູ ກ່ຽວກັບການອັບເດດສະພາບການດຳເນີນທຸລະກິດ, ສະພາບແວດລ້ອມແຫ່ງການລົງທຶນ, ນະໂຍບາຍການຄ້າ ແລະ ບັນດາບາດກ້າວກະກຽມຂອງ ຫວຽດນາມ ພາຍຫລັງ EVFTA ມີຜົນສັກສິດ. (ແຫຼ່ງຄັດຈາກ VOV)