• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

EU ວາງເປົ້າໝາຍສົ່ງອອກວັກຊີນ 700 ລ້ານໂດສ ກ່ອນທ້າຍປີ 2021

      ປະທານກຳມະການເອີລົບ ອູຊູລາ ວອນເດີ ເລີແຢນ ໄດ້ຖະແຫຼງເມື່ອວັນທີ 12 ມິຖຸນາວ່າ ສະຫະພາບເອີລົບຫຼື EU ວາງເປົ້າໝາຍສົ່ງອອກວັກຊີນກັນໂຄວິດ - 19 ຈຳນວນ 700 ລ້ານໂດສ ກ່ອນທ້າຍປີ 2021
ການຜະລິດວັດຊິນກັນໂຄວິດ-19 ຂອງລັດເຊຍ
      ຕາມທ່ານນາງ ວອນເດີ ເລີແຢນ ແລ້ວມາຮອດປັດຈຸບັນ EU ໄດ້ປະກອບສ່ວນ 3 ຕື້ ເອີໂຣໃຫ້ແກ່ໂຄງການ ໂກວັກ ເຊິ່ງແມ່ນກົນໄກໂດຍອົງການອານະໄມໂລກລິເລີ່ມແນໃສ່ຮັບປະກັນວັກຊີນກັນໂຄວິດ - 19 ໃຫ້ແກ່ບັນດາປະເທດທີ່ມີລາຍຮັບຕ່ຳ. ນອກຈາກນັ້ນ EU  ໄດ້ສົ່ງອອກວັກຊີນ 350 ລ້ານໂດສ ກວມເອົາເຄິ່ງໜຶ່ງປະລິມານວັກຊີນຂອງກຸ່ມ.
    ໃນວັນດຽວກັນທ່ານຮອງປະທານາທິບໍດີ ສ. ເກົາຫຼີປະກາດວ່າ ປະທານາທິບໍດີ ມູນເຊອິນ ແລະ ນາຍົຍກລັດຖະມົນຕີເຢຍລະມັນ ອານເຊລາເມີແຄນ ໄດ້ເຫັນດີນຳກັນກ່ຽວກັບການຮ່ວມມືຜະລິດ ແລະ ສະໜອງວັກຊີນກັນໂຄວິດ - 19 ປະເພດຕ່າງໆ. ການນຳ ສ ເກົາ ແລະເຢຍລະມັນໄດ້ເຫັນດີນຳກັນຊອກຫາວິທີຮ່ວມມືແນໃສ່ຮັບປະກັນໃຫ້ທຸກປະເທດມີສິດສຳຜັດຢ່າງຍຸຕິທຳກັບວັກຊີນກັນໂຄວິດ - 19 ກໍ່ຄືເປີດກວ້າງການເຄື່ອນໄຫວຜະລິດ ແລະ ສະໜອງວັກຊີນ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top