• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

COP28: ກອງທຶນກະສິກຳແບບຍືນຍົງທົ່ວໂລກຂອງອາເມລິກາ ແລະ UAE ເພີ່ມຂຶ້ນກວ່າ 17 ຕື້ USD

ອາເມລິກາ ແລະ ປະເທດເຈົ້າພາບ (UAE) ໄດ້ປະກາດງົບປະມານອຸປະຖຳໃຫ້ແກ່ຂໍ້ລິເລີ່ມ ໂດຍສອງປະເທດລິເລີ່ມກ່ຽວກັບກະສິກຳແບບຍືນຍົງທົ່ວໂລກປະຈຸບັນໄດ້ເພີ່ມຂຶ້ນກວ່າ 17 ຕື້ USD.
ພາບປະກອບ: AFP

ວັນທີ  8 ທັນວາ, ທີ່ກອງປະຊຸມຄັ້ງທີ 28 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP28) ດຳເນີນຢູ່ ດູບາຍ ສະຫະລັດ ອາຣັບ ເອມີເລດ(UAE), ອາເມລິກາ ແລະ ປະເທດເຈົ້າພາບ (UAE) ໄດ້ປະກາດງົບປະມານອຸປະຖຳໃຫ້ແກ່ຂໍ້ລິເລີ່ມ ໂດຍສອງປະເທດລິເລີ່ມກ່ຽວກັບກະສິກຳແບບຍືນຍົງທົ່ວໂລກປະຈຸບັນໄດ້ເພີ່ມຂຶ້ນກວ່າ 17 ຕື້  USD.

ຂໍ້ລິເລີ່ມ “ພາລະກຳປ່ຽນແປງໃຫມ່ກະສິກຳເພື່ອດິນຟ້າອາກາດ (AIM for Climate) ໂດຍໄດ້ປຸກລະດົມແຕ່ປີ 2021 ທີ່ກອງປະຊຸມ COP26 ຢູ່ Glasgow, Scotland ລາຊະອານາຈັກ ອັງກິດ. ມາຮອດປະຈຸບັນ, ມີເກືອບ 80  ໂຄງການ ໄດ້ປະກາດໃນຂອບເຂດຂໍ້ລິເລີ່ມ ເພື່ອແນໃສ່ເປີດກວ້າງການຄົ້ນຄ້ວາໃນຂົງເຂດກະສິກຳ, ຍູ້ແຮງບັນດາມາດຕະການທຳການຜະລິດແບບຍືນຍົງ ແລະ ຫລຸດຜ່ອນອາຍພິດ methane. ໄລ່ມາຮອດປະຈຸບັນ, ຂໍ້ລິເລີ່ມບັນລຸໄດ້ບັນດາຄຳໝັ້ນສັນຍາ ດ້ວຍຍອດມູນຄ່າ 17 ຕື້  USD, ໃນນັ້ນ 12 ຕື້ USD ແມ່ນມາຈາກບັນດາລັດຖະບານ ແລະ 5 ຕື້ USD ແມ່ນມາຈາກ ວິສາຫະກິດ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານ.

COP28 ສ້າງຂີດໝາຍເປັນຄັ້ງທຳອິດບັນຫາກະສິກຳໄດ້ຮັບການສຸມໃສ່ປຶກສາຫາລືທີ່ກອງປະຊຸມປະຈຳປີກ່ຽວກັບດິນຟ້າອາກາດທົ່ວໂລກ . ຕາມອົງການອາຫານ ແລະ ກະເສດ ສປຊ (FAO) ແລ້ວ, ສະບຽງອາຫານ ແລະກະສິກຳ ກໍ່ໃຫ້ເກີດປະມານ 30% ອາຍພິດເຮືອນແກ້ວ ໂດຍບັນດາການເຄື່ອນໄຫວຂອງມະນຸດກໍ່ຂຶ້ນ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 81

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 81

ໃນພາລະກິດແຫ່ງການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນທົ່ວສັງຄົມ, ພະນັກງານ, ນັກຮົບຕຳຫຼວດ ມີຄວາມກ້າຫານຕໍ່ສູ້, ກຽມພ້ອມເສຍສະຫຼະເພື່ອຄວາມສະຫງົບ, ຄວາມຜາສຸກຂອງປະຊາຊົນ.

Top