• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

APEC 2027: ກາ​ລະ​ໂອ​ກາດ​ເພື່ອ​ໃຫ້ ​ຫວຽດ​ນາມ ຮັບ​ກະ​ແສ​ເງິນລົງ​ທຶນ​ເຕັກ​ໂນ​ໂລ​ຢີ​ໃໝ່

ຫວຽດ​ນາມ ຈະ​ໝູນໃຊ້ໂອ​ກາດ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ບັນ​ດາ​ການ​ນຳ​ເສດ​ຖະ​ກິດ ​ເວ​ທີ​ປາ​ໄສການ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC) ປີ 2027 ເພື່ອ​ຊຸກ​ຍູ້​ການ​ເປີດ​ປະ​ຕູ, ດຶງ​ດູດ​ການ​ລົງ​ທຶນ ແລະ ພັດ​ທະ​ນາ​ບັນ​ດາ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ​ໃໝ່, ເປັນ​ຕົ້ນ​ແມ່ນ​ປັນ​ຍາ​ປະ​ດິດ (AI).
ທ່ານ Lang Yiding, ຜູ້​ຕາງ​ໜ້າ​ບໍ​ລິ​ສັດ​ຫຸ້​ນ​ສ່ວນ Fujia ນິງ​ບາ, ແຂວງ ເຈີ​ຈຽງ (ຈີນ) (ພາບ: VNA)

ທ່ານ Lang Yiding, ຜູ້​ຕາງ​ໜ້າ​ບໍ​ລິ​ສັດ​ຫຸ້​ນ​ສ່ວນ Fujia ນິງ​ບາ, ແຂວງ ເຈີ​ຈຽງ (ຈີນ), ປັດ​ຈຸ​ບັນ​ແມ່ນ​ວິ​ສາ​ຫະ​ກິດ​ພວມ​ລົງ​ທຶນ​ໂຄງ​ການ​ຢູ່ ຫວຽດ​ນາມ ​ດ້ວຍ​ພະ​ນັກ​ງານກວ່າ 3.000 ຄົນ, ຕີ​ລາ​ຄາວ່າ ຫວຽດ​ນາມ​ ມີ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ທີ່​ປອດ​ໄພ, ນະ​ໂຍ​ບາຍ​ປະ​ຕິ​ຮູບ ພວມ​ນຳ​ມາ​ເຊິ່ງ​ຂໍ້​ສະ​ດວກ​ທີ່​ແທດ​ຈິງ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ. ທ່ານ Lang Yiding ​ຫວັງ​ວ່າ ຫວຽດ​ນາມ ຈະ​ໝູນໃຊ້ໂອ​ກາດ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ບັນ​ດາ​ການ​ນຳ​ເສດ​ຖະ​ກິດ ​ເວ​ທີ​ປາ​ໄສການ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC) ປີ 2027 ເພື່ອ​ຊຸກ​ຍູ້​ການ​ເປີດ​ປະ​ຕູ, ດຶງ​ດູດ​ການ​ລົງ​ທຶນ ແລະ ພັດ​ທະ​ນາ​ບັນ​ດາ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ​ໃໝ່, ເປັນ​ຕົ້ນ​ແມ່ນ​ປັນ​ຍາ​ປະ​ດິດ (AI).

ຕອບ​ສ​ຳ​ພາດ​ຕໍ່​ນັກ​ຂ່າວ ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ປະ​ຈຳ ຈີນ, ທ່ານ Lang Yiding ຕີ​ລາ​ຄາ​ວ່າ ຫວຽດ​ນາມ​ ແມ່ນ​ປະ​ເທດ​ປອ​ດໄພ ແລະ ນີ້​ແມ່ນ​ປັດ​ໄຈ​ສຳ​ຄັນ​ພິ​ເສດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ບັນ​ດາ​ການ​ປະ​ຕິ​ຮູບ​ຢ່າງ​ແຮງ​ເຊິ່ງ​ລັດ​ຖະ​ບານ ຫວຽດ​ນາມ ໄດ້​ຜັນ​ຂະ​ຫຍາຍ​ໃນ 1 – 2 ປີ​ມາ​ນີ້ ໄດ້​ນຳ​ມາ​ເຊິ່ງ​ຂໍ້​ສະ​ດວກ​ລະ​ອຽດຫຼາຍ​ຢ່າງ​ແກ່​ການ​ເຄື່ອນ​ໄຫວ​ຜະ​ລິດ ແລະ ດຳ​ເນີນ​ທຸ​ລະ​ກິດ. ເພາະ​ສະ​ນັ້ນ, ວິ​ສາ​ຫະ​ກິດ​ມີ​ຄວາມ​ໄວ້​ວາງ​ໃຈ​ຕໍ່​ແງ່​ຫວັງ​ພັດ​ທະ​ນາ​ຢູ່ ຫວຽດນາມ, ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ເປີດ​ກວ້າງ​ການ​ລົງ​ທຶນ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢູ່ ຫວຽດ​ນາມ.

(ແຫຼ່ງຄັດຈາກ VOV)

ປະຕິບັດນະໂຍບາຍຊົນເຜົ່າ, ສາສະໜາໃຫ້ເປັນຢ່າງດີ, ເສີມຂະຫຍາຍບົດບາດເປັນເຈົ້າຂອງປະຊາຊົນ

ປະຕິບັດນະໂຍບາຍຊົນເຜົ່າ, ສາສະໜາໃຫ້ເປັນຢ່າງດີ, ເສີມຂະຫຍາຍບົດບາດເປັນເຈົ້າຂອງປະຊາຊົນ

ໃນຊຸມມື້ນີ້, ຢູ່ບັນດາທ້ອງຖິ່ນໃນທົ່ວປະເທດ ພວມຈັດຫຼາຍການເຄື່ອນໄຫວຢ່າງຟົດຟື້ນເພື່ອສະເຫຼີມສະຫຼອງວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຕິດພັນກັບວັນວັດທະນະທຳ ຫວຽດນາມ ແລະ ສັບປະດາວັດທະນະທຳ - ມະຫາສາມັກຄີ ປີ 2026.

Top