• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ອາ​ເຊັກ​ໄບ​ຊານ

ທ່ານຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ນາງ ເລ​ທິ​ທູ​ຮັ່ງ ຢັ້ງ​ຢືນ​ວ່າ, ການ​ຢ້ຽມ​ຢາມ​ສ້າງ​ກຳ​ລັງ​ໜູນ​ເພື່ອ​ຫັນ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຂັ້​ນ​ສູງ​ເປັນ​ລະ​ອຽດ ແລະ ເປີດ​ແງ່​ຫວັງ​ເຊື່ອມ​ຕໍ່​ຢ່າງ​ກ້​ວາງ​ຂວາງກວ່າ.
​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ທ່ານ​ Ilham Aliyev ປະ​ທາ​ນາ​ທິ​ບໍ​ດີ ສ.ອາ​ເຊັກ​ໄບ​ຊານ (ພາບ: VNA)

ທ່ານ​ Ilham Aliyev ປະ​ທາ​ນາ​ທິ​ບໍ​ດີ ສ.ອາ​ເຊັກ​ໄບ​ຊານ ແລະ ພັນ​ລະ​ຍາຫາກໍ່​ສິ້ນ​ສຸດ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ຫວຽດ​ນາມ ​ຢ່າງ​ເປັນ​ທາງ​ການ (ແຕ່​ວັນ​ທີ 20 – 21 ພະ​ຈິກ), ຕາມ​ຄຳ​ເຊື້​ອ​ເຊີນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ພັນ​ລະ​ຍາ. ເນື່ອງ​ໃນ​ໂອ​ກາດ​ນີ້, ທ່ານນາງ ເລ​ທິ​ທູ​ຮັ່ງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້ຕອບ​ສະ​ພາບຕໍ່​ສື່ມວນ​ຊົນ​ກ່ຽວ​ກັບ​ໝາກ​ຜົນ​ຂອງ​ການ​ຢ້ຽມ​ຢາມ.

ທ່ານຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ນາງ ເລ​ທິ​ທູ​ຮັ່ງ ຢັ້ງ​ຢືນ​ວ່າ, ການ​ຢ້ຽມ​ຢາມ​ສ້າງ​ກຳ​ລັງ​ໜູນ​ເພື່ອ​ຫັນ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຂັ້​ນ​ສູງ​ເປັນ​ລະ​ອຽດ ແລະ ເປີດ​ແງ່​ຫວັງ​ເຊື່ອມ​ຕໍ່​ຢ່າງ​ກ້​ວາງ​ຂວາງກວ່າ. ຫວຽດ​ນາມ ຖື ອາ​ເຊັກ​ໄບ​ຊານ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຢູ່ Kavkaz ໃຕ້ ແລະ ພາກ​ພື້ນ Caspi, ພ້ອມ​ທີ່​ຈະ​ເປັນ​ຂົວ​ເຊື່ອມ​ຕໍ່​ເພື່ອ​ໃຫ້ ອາ​ເຊັກ​ໄບ​ຊານ ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ ອາ​ຊຽນ ແລະ ບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

ທ່ານ​ນາງ ເລ​ທິ​ທູ​ຮັ່ງ ເນັ້ນ​ໜັກ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ຈະ​ສຸມ​ໃສ່​ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ, ໜູນ​ຊ່ວຍ​ການ​ເຂົ້າ​ເຖິ​ງຕະຫຼາດ ​ໃຫ້​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ, ເຄື່ອງ​ປາ​ຂອງ​ດົງ, ສິນ​ໃນ​ນ້ຳ. ພ້ອມ​ທັງ, ສອງ​ປະ​ເທດ​ເພີ່ມ​ທະ​ວີ​ການ​ຊຸກ​ຍູ້​ຮ່ວ​ມ​ມື​ໃນ​ການ​ສຳຫຼວດ, ຂຸດ​ຄົ້ນ, ການ​ບໍ​ລິ​ການ​ດ້ານ​ເຕັກ​ນິກ ແລະ ບຳ​ລຸງ​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ນ້ຳ​ມັນ​ອາຍ​ແກັດ.

(ແຫຼ່ງຄັດຈາກ VOV)

ນະຄອນ ໂຮ່ຈິມິນ ປະກາດການວາງແຜນກຳນົດ 100 ປີ

ນະຄອນ ໂຮ່ຈິມິນ ປະກາດການວາງແຜນກຳນົດ 100 ປີ

ຄາດວ່າ, ທາງນະຄອນຈະສຳເລັດການອັບເດດເອກະສານ ແລະ ແຜນທີ່ການວາງແຜນກຳນົດກ່ອນວັນທີ 31 ທັນວາ 2026 ແລະ ສຳເລັດການວາງແຜນກຳນົດສະເພາະຂະແໜງ ກ່ອນວັນທີ 30 ມິຖຸນາ 2027.

Top