• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ADMM-19: ສາ​ມັກ​ຄີ ອ​າຊຽນ ເພື່ອ​ຄວາມ​ໝ​ັ້ນ​ຄົງ ແລະ ວັດ​ທະ​ນາ​ຖາ​ວອນ

ບັນດາຜູ້ແທນໄດ້ຮັບຮອງເອົາ 8 ຂໍ້ລິເລີ່ມໃໝ່ໃນ ADMM; ຈັດບັນດາກອງປະຊຸມສຳມະນາ ແລະ ການພົບປະຄັງຕ່າງໆຄື: ອາຊຽນ-ສເກົາຫຼີ; ອາຊຽນ+1....
(ພາບ: qdnd.vn)

ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ຄັ້ງທີ 19 (ADMM-19)  ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 21 ຕຸລາ ຢູ່ນະຄອນຫຼວງ Kuala Lumpur, Malaysia, ໂດຍພາຍໃຕ້ການເປັນປະທານຂອງທ່ານ Mohamed Khaled Nordin, ລັດຖະມົນຕີ ກະຊວງປ້ອງກັນປະເທດ Malaysia. ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ໂດຍພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເປັນຫົວໜ້າຄະນະ, ເຂົ້າຮ່ວມ ADMM-19, ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເມດ ອາຊຽນ ເປີດກ້ວາງ ຄັ້ງທີ 12 (ADMM+) ແລະ ບັນດາການເຄື່ອນໄຫວທີ່ກ່ຽວຂ້ອງ ຊື່ງດຳເນີນແຕ່ວັນທີ 30 ຕຸລາ-ວັນທີ 2 ພະຈິກ.

ທີ່ກອງປະຊຸມ ADMM-19, ບັນດາຜູ້ແທນໄດ້ຮັບຮອງເອົາ 8 ຂໍ້ລິເລີ່ມໃໝ່ໃນ ADMM; ຈັດບັນດາກອງປະຊຸມສຳມະນາ ແລະ ການພົບປະຄັງຕ່າງໆຄື: ອາຊຽນ-ສເກົາຫຼີ; ອາຊຽນ+1; ຈັດການຝຶກຊ້ອມການເດີນທະເລ ອາຊຽນ+1 ແລະ ເຫັນດີຕໍ່ໂຄງການດຳເນີນງານຂອງກອງປະຊຸມ ADMM+ ຄັ້ງທີ 12. ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມຫົວເລື່ອງສະເພາະ ຂອງລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ກ່ຽວກັບການຜັນຂະຫຍາຍແຜນການຍຸດທະສາດປະຊາຄົມການເມືອງ-ການປ້ອງກັນຄວາມສະຫງົບ ອາຊຽນ ຂອງວິໄສທັດ ອາຊຽນ 2045 ແລະ ຖະແຫຼງການຮ່ວມ Kuala Lumpur ຂອງ ADMM ກ່ຽວກັບ ອາຊຽນ ແຫ່ງສາມັກຄີເພື່ອຄວາມໝັ້ນຄົງ ແລະ ວັດທະນາຖາວອນ.

(ແຫຼ່ງຄັດຈາກ VOV)

UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

ວັນທີ 31 ຕຸລາ, ກອງປະຊຸມຄັ້ງທີ 43 ຂອງສະມັດຊາໃຫຍ່ ອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO) ໄດ້ດຳເນີນຢູ່ນະຄອນ Samarkand, ອູເບກິດສະຖານ, ຮັບຮອງເອົາມະຕິວ່າດ້ວຍການເຊີດຊູ ແລະ ພ້ອມກັນເຂົ້າຮ່ວມພິທີສະເຫຼີມສະຫຼອງ 300 ປີແຫ່ງວັນຄ້າຍວັນເກີດຂອງນັກວັດທະນະທຳ ເລກຸຍໂດນ.

Top