ບັນດາຜູ້ແທນໄດ້ຮັບຮອງເອົາ 8 ຂໍ້ລິເລີ່ມໃໝ່ໃນ ADMM; ຈັດບັນດາກອງປະຊຸມສຳມະນາ ແລະ ການພົບປະຄັງຕ່າງໆຄື: ອາຊຽນ-ສເກົາຫຼີ; ອາຊຽນ+1....
ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ຄັ້ງທີ 19 (ADMM-19) ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 21 ຕຸລາ ຢູ່ນະຄອນຫຼວງ Kuala Lumpur, Malaysia, ໂດຍພາຍໃຕ້ການເປັນປະທານຂອງທ່ານ Mohamed Khaled Nordin, ລັດຖະມົນຕີ ກະຊວງປ້ອງກັນປະເທດ Malaysia. ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ໂດຍພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເປັນຫົວໜ້າຄະນະ, ເຂົ້າຮ່ວມ ADMM-19, ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເມດ ອາຊຽນ ເປີດກ້ວາງ ຄັ້ງທີ 12 (ADMM+) ແລະ ບັນດາການເຄື່ອນໄຫວທີ່ກ່ຽວຂ້ອງ ຊື່ງດຳເນີນແຕ່ວັນທີ 30 ຕຸລາ-ວັນທີ 2 ພະຈິກ.
ທີ່ກອງປະຊຸມ ADMM-19, ບັນດາຜູ້ແທນໄດ້ຮັບຮອງເອົາ 8 ຂໍ້ລິເລີ່ມໃໝ່ໃນ ADMM; ຈັດບັນດາກອງປະຊຸມສຳມະນາ ແລະ ການພົບປະຄັງຕ່າງໆຄື: ອາຊຽນ-ສເກົາຫຼີ; ອາຊຽນ+1; ຈັດການຝຶກຊ້ອມການເດີນທະເລ ອາຊຽນ+1 ແລະ ເຫັນດີຕໍ່ໂຄງການດຳເນີນງານຂອງກອງປະຊຸມ ADMM+ ຄັ້ງທີ 12. ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມຫົວເລື່ອງສະເພາະ ຂອງລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ກ່ຽວກັບການຜັນຂະຫຍາຍແຜນການຍຸດທະສາດປະຊາຄົມການເມືອງ-ການປ້ອງກັນຄວາມສະຫງົບ ອາຊຽນ ຂອງວິໄສທັດ ອາຊຽນ 2045 ແລະ ຖະແຫຼງການຮ່ວມ Kuala Lumpur ຂອງ ADMM ກ່ຽວກັບ ອາຊຽນ ແຫ່ງສາມັກຄີເພື່ອຄວາມໝັ້ນຄົງ ແລະ ວັດທະນາຖາວອນ.