ພິທີສະຫຼຸບ ແລະ ມອບລາງສັນປະດິດຄິດສ້າງວິທະຍາສາດ - ເຕັກໂນໂລຊີ ຫວຽດນາມ ປີ 2025 ໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ, ປີ 2025, ລາງວັນປະດິດຄິດສ້າງວິທະຍາສາດ - ເຕັກໂນໂລຢີ ຫວຽດນາມ ໄດ້ຮັບ 121 ກິດຈະກຳສົ່ງເຂົ້າຮ່ວມຈາກບັນດາທ້ອງຖິ່ນ, ກະຊວງ, ຂະແໜງການ ແລະ ວິສາຫະກິດ. ຜ່ານວິວັດການພິຈາລະນາ, ຕີລາຄາ, ສະພາກຳມະການໄດ້ ຕັດສິນມອບລາງວັນໃຫ້ 42 ກິດຈະກຳ, ໃນນັ້ນ ມີລາງວັນທີ 1 ມີ 06 ລາງວັນ, ລາງວັນທີ 2 ມີ 10 ລາງວັນ, ລາງວັນທີ 3 ມີ 13 ລາງວັນ ແລະ ລາງວັນຊົມເຊີຍ 13 ລາງວັນ. ກ່າວຄຳເຫັນທີ່ພິທີ, ທ່ານ ສຈ.ບັນດິດ ເຈົາວັນມິງ, ປະທານສະຫະພັນ ບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ຢັ້ງຢືນວ່າ:
ຜ່ານວິວັດການ 30 ປີແຫ່ງການສ້າງຕັ້ງ ແລະ ພັດທະນານັບແຕ່ປີ 1995, ລາງວັນປະດິດຄິດສ້າງວິທະຍາສາດ - ເຕັກໂນໂລຢີ ຫວຽດນາມ ໄດ້ຢັ້ງຢືນອິດທິພົນຊື່ສຽງ ແລະ ຖານະທີ່ຕັ້ງແມ່ນໜຶ່ງໃນບັນດາລາງວັນທີ່ມີອິດທິພົນຊື່ສຽງທີ່ສຸດແຖວໜ້າຂອງວົງການນັກປັນຍາຊົນຂອງປະເທດຊາດຢ່າງໝັ້ນແກ່ນ. ບໍ່ພຽງແຕ່ແມ່ນແຫ່ງເຕົ້າໂຮມ ແລະ ເຊີດຊູບັນດາຜົນສຳງານໃນການຄົ້ນຄວ້າດີເດັ່ນເທົ່ານັ້ນ, ລາງວັນນີ້ຍັງແມ່ນພະຍານຫຼັກຖານຢ່າງມີຊີວິດຊີວາໃຫ້ແກ່ບົດບາດແກ່ນສານຂອງຖັນແຖວນັກວິທະຍາສາດ ແລະ ເຕັກໂນໂລຢີ - ກຳລັງຕາງໜ້າໃຫ້ພູມປັນຍາ, ຄຸນນະທາດ ແລະ ກຳລັງຫົວຄິດປະດິດສ້າງຂອງຊາດ, ຍາມໃດກໍ່ຮ່ວມເດີນທາງພ້ອມກັບປະຊາຊົນທຸກຊັ້ນວັນນະ ສ້າງບາດກ້າວເດີນທີ່ສຳຄັນຂອງຊາດອີກດ້ວຍ.






