• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

3 ເສົາຄ້ຳເສດຖະກິດ - ສັງຄົມ - ສະພາບແວດລ້ອມໃນການພັດທະນາແຂວງ ກວ໋າງຫງາຍ

ທ່ານປະທານປະເທດ ສະເໜີໃຫ້ແຂວງ ສືບຕໍ່ປົວແປງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຢ່າງແຮງກວ່າອີກ; ຂຸດຄົ້ນກຳລັງ, ທ່າແຮງບົ່ມຊ້ອນຂອງທ້ອງຖິ່ນຕົນໃຫ້ດີກວ່າອີກ ເພື່ອບັນລຸລະດັບເຕີບໂຕທີ່ໄວກວ່າ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການເຮັດວຽກ

ວັນທີ 17 ກຸມພາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການເຮັດວຽກກັບຄະນະປະຈຳຄະນະພັກແຂວງ ກວ໋າງຫງາຍ. ກ່າວຄຳເຫັນຊີ້ນຳ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເນັ້ນໜັກເຖິງມູນເຊື້ອຂອງພໍ່ແມ່ປະຊາຊົນ ແລະ ເຂດດິນແດນທີ່ສະຫງ່າອົງອາດ ກວ໋າງຫງາຍ ໂດຍມີກຳລັງຄວາມສາມາດຂະໜາດໃຫຍ່ໃນຫຼາຍຂົງເຂດ; ພ້ອມທັງຕີລາຄາສູງໝາກຜົນ ເປັນແຂວງຢືນອັນດັບທີ 5 ໃນຂົງເຂດເສດຖະກິດພາກກາງ, ມີລະດັບການເຕີບສູງທີ່ສຸດໃນເຂດນີ້, ພິເສດແມ່ນຜົນງານໃນການເກັບລາຍຮັບເຂົ້າງົບປະມານ, ການສົ່ງອອກ, ການສ້າງຊົນນະບົດໃໝ່…

ເມື່ອເນັ້ນໜັ້ກເຖິງ 3 ເສົາຄ້ຳເສດຖະກິດ - ສັງຄົມ - ສະພາບແວດລ້ອມ, ທ່ານປະທານປະເທດ ສະເໜີໃຫ້ແຂວງ ສືບຕໍ່ປົວແປງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຢ່າງແຮງກວ່າອີກ; ຂຸດຄົ້ນກຳລັງ, ທ່າແຮງບົ່ມຊ້ອນຂອງທ້ອງຖິ່ນຕົນໃຫ້ດີກວ່າອີກ ເພື່ອບັນລຸລະດັບເຕີບໂຕທີ່ໄວກວ່າ.

ເນື່ອງໃນໂອກາດນີ້, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຖະຫວາຍທູບທຽນ ແລະ ວາງພວງມາລາຢູ່ ເຂດຝັງສົບຂອງນັກປັນຍາຊົນຜູ້ຮັກຊາດ ຮວິ່ງທຸກຄ໊າງ ທີ່ຕັ້ງຢູ່ຈອມພູ ທຽນເອີນ ແລະ ມອບເຮືອນຈຳນວນ 150 ຫຼັງໃຫ້ແກ່ປະຊາຊົນເຜົ່າສ່ວນໜ້ອຍທີ່ປະສົບຄວາມຫຍຸ້ງຍາກຢູ່ແຂວງ ກວ໋າງຫງາຍ

 

 
 


(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top