ຂ່າວສານ
25 ປີທີ່ຫວຽດນາມເຂົ້າເປັນສະມາຊິກອາຊຽນ: ຫວຽດນາມແມ່ນສະມາຊິກທີ່ຕັ້ງໜ້າ ແລະ ທີ່ຕັ້ງບົດບາດໄດ້ຮັບການຍົກສູງຢ່າງບໍ່ຢຸດຢັ້ງ

ທ່ານ ປ.ອ Szanto, ອາຈານພາກວິຊາການພົວພັນສາກົນ, ສັງກັດມະຫາວິທະຍາໄລ Webster ຂອງໄທ (ພາບ: TTXVN)
ນັກຄົ້ນຄ້ວາກ່ຽວກັບບັນຫາຄວາມໝັ້ນຄົງພາກພື້ນໄດ້ຊີ້ແຈ້ງວ່າ ປີ 2020 ແມ່ນປີທີ່ເກີດບັນດາບັນຫາໃຫຍ່, ນັ້ນແມ່ນການກະທົບຈາກພະຍາດໂຄວິດ 19, ການພັດທະນາພື້ນຖານເສດຖະກິດໃນໂລກແຕກຫັກ ຂາດວັກຂາດຕອນ… ຫວຽດນາມ ຈະມີບົດບາດນຳໜ້າ, ລວມມີການຊຸກຍູ້ສານເອກະພາບໃຫ້ແກ່ອາຊຽນກ່ຽວກັບບັນຫາ ທີ່ພວມເກີດຂຶ້ນໃນພາກພື້ນ.
ກ່ຽວຂ້ອງເຖິງຄວາມໝັ້ນຄົງໃນການເດີນເຮືອຢູ່ພາກພື້ນ, ທ່ານ Szanto ຫວັງວ່າ ຫວຽດນາມຈະລວບລວມໄດ້ທັດສະນະທີ່ເປັນເອກະພາບໃນອາຊຽນ, ສ້າງພື້ນຖານເພື່ອແກ້ໄຂການຂັດແຍ່ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ອີງໃສ່ກົດໝາຍສາກົນ. ຄວາມສາມັກຄີ, ຄວາມເປັນເອກະພາບຈະແມ່ນໄມ້ງັດສຳຄັນເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ.
(ແຫຼ່ງຄັດຈາກ VOV)