ຂ່າວສານ

25 ປີທີ່ຫວຽດນາມເຂົ້າເປັນສະມາຊິກອາຊຽນ: ຫວຽດນາມແມ່ນສະມາຊິກທີ່ຕັ້ງໜ້າ ແລະ ທີ່ຕັ້ງບົດບາດໄດ້ຮັບການຍົກສູງຢ່າງບໍ່ຢຸດຢັ້ງ

      ຕາມທ່ານ ປ.ອ Szanto, ອາຈານພາກວິຊາການພົວພັນສາກົນ, ສັງກັດມະຫາວິທະຍາໄລ Webster ຂອງໄທ ແລ້ວ, ໃນຊຸມປີມໍ່ໆມານີ້ ຫວຽດນາມໄດ້ສະແດງໃຫ້ເຫັນ ບົດບາດນຳພາໃນເວທີປາໄສພາກພື້ນຢ່າງບໍ່ຢຸດຢັ້ງ. ທ່ານໃຫ້ຂໍ້ສັງເກດວ່າ ປີ 2020 ແນ່ນອນວ່າ ແມ່ນປີທີ່ມີສິ່ງທ້າທາຍຕໍ່ໂລກ ແລະ ພາກພື້ນ, ສະນັ້ນ ອາຍຸການປະທານອາຊຽນຂອງຫວຽດນາມໃນປີນີ້ກໍ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ.

ທ່ານ ປ.ອ Szanto, ອາຈານພາກວິຊາການພົວພັນສາກົນ, ສັງກັດມະຫາວິທະຍາໄລ Webster ຂອງໄທ (ພາບ: TTXVN) 
      ນັກຄົ້ນຄ້ວາກ່ຽວກັບບັນຫາຄວາມໝັ້ນຄົງພາກພື້ນໄດ້ຊີ້ແຈ້ງວ່າ ປີ 2020 ແມ່ນປີທີ່ເກີດບັນດາບັນຫາໃຫຍ່, ນັ້ນແມ່ນການກະທົບຈາກພະຍາດໂຄວິດ 19, ການພັດທະນາພື້ນຖານເສດຖະກິດໃນໂລກແຕກຫັກ ຂາດວັກຂາດຕອນ… ຫວຽດນາມ ຈະມີບົດບາດນຳໜ້າ, ລວມມີການຊຸກຍູ້ສານເອກະພາບໃຫ້ແກ່ອາຊຽນກ່ຽວກັບບັນຫາ ທີ່ພວມເກີດຂຶ້ນໃນພາກພື້ນ.
            ກ່ຽວຂ້ອງເຖິງຄວາມໝັ້ນຄົງໃນການເດີນເຮືອຢູ່ພາກພື້ນ, ທ່ານ Szanto ຫວັງວ່າ ຫວຽດນາມຈະລວບລວມໄດ້ທັດສະນະທີ່ເປັນເອກະພາບໃນອາຊຽນ, ສ້າງພື້ນຖານເພື່ອແກ້ໄຂການຂັດແຍ່ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ອີງໃສ່ກົດໝາຍສາກົນ. ຄວາມສາມັກຄີ, ຄວາມເປັນເອກະພາບຈະແມ່ນໄມ້ງັດສຳຄັນເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ.     
 (ແຫຼ່ງຄັດຈາກ VOV)
 


top