ໃນວັນທີ 2 ເມສາ, ປະທານາທິບໍດີ Donald Trump ແຫ່ງ ສະຫະລັດ ອາເມລິກາ ໄດ້ປະກາດນຳໃຊ້ພາສີຕອບໂຕ້ ແຕ່ 10 - 49% ຕໍ່ກັບສິນ ຄ້າ ນຳເຂົ້າ ເກືອບທັງໝົດ ເພື່ອແນໃສ່ປົກປ້ອງສິນຄ້າ ຜະລິດພາຍໃນປະ ເທດ. ສິ່ງນີ້ ໄດ້ເຮັດໃຫ້ລະບຽບການຄ້າທົ່ວໂລກ ມີຄວາມປັ່ນປ່ວນ, ຕ່ອງ ໂສ້ການສະໜອງຖືກຢຸດສະງັກ ແລະ ເຮັດໃຫ້ລາຄາຄຳ ສູງຂຶ້ນເປັນ ປະ ຫວັດການ. ບັນດາພື້ນຖານເສດຖະກິດ ຕ້ອງໄດ້ປັບປຸງນະໂຍບາຍ ເພື່ອ ຮັບມື ແລະ ຊຸກຍູ້ການເຈລະຈາ ເພື່ອບັນລຸບັນດາຂໍ້ຕົກລົງທາງດ້ານການ ຄ້າ. ເນື່ອງຈາກຜົນກະທົບ ຈາກສົງຄາມພາສີ, ຄວາມເຄັ່ງຕຶງດ້ານການ ຄ້າ ລະຫວ່າງ ສ ອາເມລິກາ ແລະ ສປ ຈີນ ແມ່ນຢູ່ໃນລະດັບຮຸນແຮງ ທີ່ ສຸດ ນັບແຕ່ປີ 2018 ເປັນຕົ້ນມາ.
2. ເກີດຄວາມຂັດແຍ້ງຢູ່ບໍລິເວນຊາຍແດນ ໄທ - ກໍາປູເຈຍ
ຄວາມຂັດແຍ້ງຢູ່ບໍລິເວນຊາຍແດນ ໄທ - ກໍາປູເຈຍ ໄດ້ “ເພີ່ມຄວາມຮຸນ ແຮງ” ຂຶ້ນ ພາຍຫຼັງເກີດການປະທະກັນ ລະຫວ່າງກອງທັບ ຂອງ ສອງປະ ເທດໃນຕອນ ເຊົ້າວັນທີ 28 ພຶດສະພາ, ສົ່ງຜົນກະທົບຢ່າງຮຸນແຮງຕໍ່ ສາຍພົວພັນສອງຝ່າຍ ແລະ ສະຖຽນລະພາບໃນພາກພື້ນ. ASEAN ແລະ ປະຊາຄົມໂລກ ໄດ້ຊຸກຍູ້ການແກ້ໄຂບັນຫາ ດ້ວຍວິທີທາງການ ທູດ, ນຳໄປສູ່ ການທີ່ສອງປະເທດລົງນາມໃນສັນຍາ ສັນຕິພາບ, ສ້າງຕັ້ງ ກົນໄກ ລາດ ຕະເວນຮ່ວມກັນ, ປະສານງານ ດ້ານຄວາມໝັ້ນຄົງ ຊາຍ ແດນ ແລະ ໃຫ້ ຄຳໝັ້ນສັນຍາ ຈະເພີ່ມທະວີ ການສົນທະນາສອງຝ່າຍ. ເຖິງຢ່າງໃດ ກໍຕາມ, ສັນຍາສັນຕິພາບ ດັ່ງກ່າວໄດ້ຖືກລະເມີດຫຼາຍຄັ້ງ. ບັນດາຜູ້ຊ່ຽວຊານ ໄດ້ເຕືອນກ່ຽວກັບຄວາມບອບບາງ ຂອງສັນຍາ ເນື່ອງ ຈາກປະຫວັດສາດ ຄວາມຂັດແຍ້ງ ລະຫວ່າງສອງປະເທດ.
3. ເສດຖະກິດໂລກ ຄາດວ່າ ຈະເຕີບໂຕ 3,2%
ກອງທຶນການເງິນສາກົນ (IMF), ອົງການຮ່ວມມື ແລະ ການພັດທະນາ ເສດຖະກິດ (OECD) ໄດ້ຄາດການວ່າ ເສດຖະກິດທົ່ວໂລກ ສາມາດ ບັນລຸລະດັບການເຕີບໂຕ 3,2% ໃນປີ 2025. ສະແດງໃຫ້ເຫັນຄວາມສາ ມາດ ໃນການປັບຕົວສູງ ຂອງ ຫຼາຍພື້ນຖານເສດຖະກິດ ໃນສະຖານະ ການ ປະເຊີນໜ້າກັບສົງຄາມພາສີທົ່ວໂລກ, ການປະທະກັນໃນຫຼາຍ ຂົງ ເຂດ ແລະ ການປິດເຮັດວຽກຂອງ ລັດຖະບານ ສ ອາເມລິກາ ທີ່ແກ່ຍາວ.
ໃນປີນີ້, ລາຄາຄຳ, ນ້ຳມັນດິບ ແລະ ຕະຫຼາດຫຼັກຊັບມີການເໜັງຕີງ ຢ່າງ ແຮງ, ໂດຍສະເພາະລາຄາຄຳ ໄດ້ສ້າງສະຖິຕິສູງສຸດ ໃນປະຫວັດສາດ ທີ່ 4.503,30 ໂດລາສະສະລັດ/ອອນ ໃນວັນທີ 23 ທັນວາ.
4. ປັນຍາປະດິດ - ສະໜາມຮົບໃໝ່ ໃນການແຂ່ງຂັນລະດັບໂລກ
ການແຂ່ງຂັນດ້ານປັນຍາປະດິດ (AI) ໄດ້ລະເບີດຂຶ້ນ ພ້ອມກັບ ການທີ່ ບັນດາວິສາຫະກິດເຕັກໂນໂລຊີ ພັດທະນາບັນດາຮູບແບບ AI ທີ່ມີ ຕົ້ນ ທຶນຕ່ຳ ແລະ AI ສ້າງສັນ, ສົ່ງຜົນກະທົບຢ່າງເລິກເຊິ່ງຕໍ່ໂຄງສ້າງ, ຂະ ໜາດ ແລະ ການຈັດສັນກຳລັງແຮງງານໃນຂອບເຂດທົ່ວໂລກ. AI ບໍ່ ພຽງແຕ່ແມ່ນເຕັກໂນໂລຊີ ເທົ່ານັ້ນ, ແຕ່ຍັງໄດ້ກາຍເປັນສະໜາມຮົບ ພູ ມີສາດການເມືອງໃໝ່, ເຊິ່ງເປັນບ່ອນທີ່ຄວາມເຂັ້ມແຂງ ດ້ານເຕັກໂນ ໂລຊີ ຈະເປັນຕົວຕັດສິນ ຜົນປະໂຫຍດ ທາງດ້ານຍຸດທະສາດ.
ໃນກອງປະຊຸມສຸດຍອດດ້ານ AI ທີ່ຈັດຂຶ້ນຢູ່ ປາຣີ (ຝຣັ່ງ) ໃນເດືອນ ກຸມພາ 2025, 61 ປະເທດໄດ້ຮັບຮອງເອົາຖະແຫຼງການຮ່ວມ ກ່ຽວກັບ ຄວາມຕ້ອງການ AI ທີ່ “ເປີດກວ້າງ, ກວມລວມ ແລະ ມີຈັນຍາບັນ”.
5. ເກີດຄວາມຂັດແຍ້ງ ຢ່າງເຕັມຮູບແບບ ຢູ່ຕາເວັນອອກກາງ
ການປະທະກັນ ຢູ່ຕາເວັນອອກກາງ ໄດ້ເພີ່ມຂຶ້ນຢ່າງຮອບດ້ານ ໂດຍມີ ຈຸດສູງສຸດ ແມ່ນການໂຈມຕີທາງອາກາດ ໂຕ້ຕອບກັນໄປມາ ເປັນເວລາ 12 ວັນ (ແຕ່ວັນທີ 13-24 ມິຖຸນາ) ລະຫວ່າງ ອິດສະລາແອນ ແລະ ອີ ຣານ. ຕໍ່ມາແມ່ນການໂຈມຕີທາງອາກາດ ຂອງ ອິດສະລາແອນ ເຂົ້າໃນ ກາຕາ, ຄວາມເຄັ່ງຕຶງໄດ້ແຜ່ລາມໄປສູ່ ລີບັງ ແລະ ເຢເມນ. ດ້ວຍຄວາມ ພະຍາຍາມທາງການທູດ, ອິດສະລາແອນ ແລະ ຮາມາສ ໄດ້ບັນ ລຸຂໍ້ຕົກ ລົງຢຸດຍິງ ແລະ ແລກປ່ຽນຕົວປະກັນ, ແຕ່ຂະບວນການ ສັນຕິພາບ ຍັງ ຄົງບອບບາງ ແລະ ງ່າຍຕໍ່ການພັງທະລາຍ ເນື່ອງຈາກການຄິດໄລ່ ທາງ ຍຸດທະສາດ ແລະ ຄວາມຂາດຄວາມເຊື່ອໝັ້ນລະຫວ່າງຝ່າຍຕ່າງໆ.
6. ຊຸກຍູ້ຄວາມພະຍາຍາມທາງການທູດ ເພື່ອຢຸດຕິການສູ້ຮົບ ລະຫວ່າງ ລັດເຊຍ - ອູແກຣນ
ຄວາມພະຍາຍາມທາງການທູດ ຫຼາຍຢ່າງ ໄດ້ຖືກຊຸກຍູ້ ເພື່ອແນໃສ່ ຢຸດ ຕິ ການປະທະກັນ ລັດເຊຍ – ອູແກຣນ, ໃນນັ້ນ ສ ອາເມລິກາ ແລະ ເອີ ຣົບ ໄດ້ສະເໜີແຜນການສັນຕິພາບຕ່າງໆ. ປະທານາທິບໍດີ ສ ອາເມລິກາ Donald Trump ໄດ້ມີການພົບປະສ່ວນຕົວກັບ ປະທານາທິບໍດີ ລັດເຊຍ Vladimir Putin ແລະ ປະທານາທິບໍດີ ອູແກຣນ Volodymyr Zelensky ແຕ່ຍັງບໍ່ທັນສາມາດ ຈັດການເຈລະຈາໂດຍກົງ ລະຫວ່າງ ຜູ້ ນຳ ລັດເຊຍ ແລະ ອູແກຣນ ໄດ້. ໃນຂະນະດຽວກັນ, ການສູ້ຮົບຍັງຄົງ ດຳເນີນຕໍ່ໄປ ດ້ວຍຮູບແບບໃໝ່ໆ, ສ້າງຄວາມເສຍຫາຍຢ່າງໜັກໜ່ວງ ໃຫ້ແກ່ທັງສອງ ຝ່າຍ.
7. ໂລກໄດ້ປະເຊີນກັບປີແຫ່ງໄພພິບັດ ທາງທຳມະຊາດ ທີ່ເປັນ ປະຫວັດການ
ການປ່ຽນແປງ ຂອງ ດິນຟ້າອາກາດ ຢູ່ໃນລະດັບຮຸນແຮງ ທີ່ບໍ່ເຄີຍມີມາ ກ່ອນ ດ້ວຍໄພພິບັດທາງທຳມະຊາດ ທີ່ຮ້າຍແຮງ ຢູ່ໃນຫຼາຍແຫ່ງທົ່ວ ໂລກ ເຊັ່ນ: ແຜ່ນດິນໄຫວຢູ່ ມຽນມາ; ພະຍຸໃຫຍ່ ແລະ ນ້ຳຖ້ວມຢູ່ໃນ ຫຼາຍປະເທດ ອາຊີ ແລະ ເຂດ ກາຣີບຽນ; ໄຟໄໝ້ປ່າຢູ່ ເກຣັກ, ການາ ດາ, ສ ອາເມລິກາ ແລະ ອົດສະຕຣາລີ. ໄພພິບັດທຳມະຊາດ ໄດ້ເຮັດ ໃຫ້ ມີຜູ້ເສຍຊີວິດ ຫຼາຍພັນຄົນ, ສົ່ງຜົນກະທົບ ຕໍ່ຊີວິດການເປັນຢູ່ ຂອງ ປະຊາຊົນ ນັບຫຼາຍລ້ານຄົນ ແລະ ສ້າງຄວາມເສຍຫາຍທາງເສດຖະກິດ ເຖິງ 220 ຕື້ ໂດລາ ສະສະລັດ. ໃນສະພາບການດັ່ງກ່າວ, ກອງປະຊຸມ ລະຫວ່າງຝ່າຍຕ່າງໆ ທີ່ເຂົ້າຮ່ວມ ສົນທິສັນຍາຂອບຂອງ ສະຫະປະຊາ ຊາດ ວ່າດ້ວຍການປ່ຽນແປງຂອງ ດິນຟ້າອາກາດ ຄັ້ງທີ 30 (COP30) ຢູ່ ບຣາຊິນ ຍັງບໍ່ທັນບັນລຸຂໍ້ຕົກລົງ ກ່ຽວກັບການຫຼຸດຜ່ອນ ການນຳໃຊ້ ຟອສ ຊີວ, ເຊິ່ງສະແດງໃຫ້ເຫັນວ່າ ຍັງຕ້ອງການຄວາມພະຍາຍາມ ຮ່ວມກັນ ທົ່ວໂລກຕື່ມອີກ ເພື່ອສະກັດກັ້ນ ພາວະໂລກຮ້ອນ.
8. ສະເຫຼີມສະຫຼອງ ຄົບຮອບ 80 ປີ ແຫ່ງວັນໄຊຊະນະ ຟາດຊິດ
ລັດເຊຍ, ສປ ຈີນ ແລະ ຫຼາຍປະເທດໃນໂລກ ໄດ້ຈັດຕັ້ງ ການສະເຫຼີມ ສະຫຼອງ ຄົບຮອບ 80 ປີ ແຫ່ງວັນໄຊຊະນະ ຟາດຊິດ ດ້ວຍກິດຈະກຳທີ່ ພົ້ນເດັ່ນຫຼາຍຢ່າງເຊັ່ນ: ການສວນສະໜາມ ຢູ່ຈະຕຸລັດແດງ ຢູ່ ມົສກູ ແລະ ຈະຕຸລັດທຽນອັນເໝິນ ຢູ່ ປັກກິ່ງ. ເຫດການດັ່ງກ່າວໄດ້ ຫວນຄືນ ໄຊຊະນະ ປະຫວັດສາດ ທີ່ໄດ້ແລກປ່ຽນ ດ້ວຍການເສຍສະຫຼະ ອັນຍິ່ງ ໃຫຍ່ ຂອງ ບັນດາປະຊາຊາດ, ໃນນັ້ນ ມີບົດບາດຕັດສິນ ຂອງ ກອງທັບ ແລະ ປະຊາຊົນ ໂຊວຽດ; ສົ່ງສານ ອັນແຮງກ້າ ກ່ຽວກັບຄວາມຮັບຜິດ ຊອບລວມ ຂອງ ທົ່ວໂລກ; ສະກັດກັ້ນ ລັດທິຫົວຮຸນແຮງ ແລະລັດທິຟາດ ຊິດໃໝ່, ແນໃສ່ສ້າງໂລກ ທີ່ມີສັນຕິພາບ, ສະຖຽນລະພາບ ແລະ ຍືນ ຍົງ.
9. ASEAN ຮັບເອົາ ຕີມໍ ເລສເຕ ເປັນສະມາຊິກ ທີ 11
ເຫດການ ຕີມໍ ເລສເຕ ເຂົ້າເປັນສະມາຊິກ ASEAN ຢ່າງເປັນທາງການ ໃນ ວັນທີ 26 ຕຸລາ ແມ່ນບາດກ້າວທີ່ສຳຄັນ ເພື່ອຢືນຢັນຄວາມມຸ່ງໝັ້ນ ຮັດແໜ້ນຄວາມສາມັກຄີ ພາຍໃນກຸ່ມ ແລະ ຂະຫຍາຍຂອບເຂດ ການ ຮ່ວມມື ໃນພາກພື້ນ; ສະແດງໃຫ້ເຫັນເຖິງ ຄຳໝັ້ນສັນຍາ ຂອງ ASEAN ໃນການສ້າງປະຊາຄົມ ທີ່ກວມລວມ, ໂດຍບໍ່ປ່ອຍໃຫ້ ປະເທດໃດ ໃນ ອາ ຊີຕາເວັນອອກສ່ຽງໃຕ້ ຢູ່ນອກ ຂະບວນການພັດທະນາລວມ. ການ ຮັບເອົາສະມາຊິກໃໝ່ ຍັງສ້າງແຮງຜັກດັນຕື່ມອີກ ເພື່ອໃຫ້ ASEAN ເພີ່ມທະວີ ການປະສານງານ ໃນການແກ້ໄຂສິ່ງທ້າທາຍ ຕ່າງໆ ໃນພາກ ພື້ນ ແລະ ໃນໂລກ.
10. ຄວາມຄືບໜ້າໃນວິທີປິ່ນປົວດ້ວຍຢີນ ນຳເອົາຄວາມຫວັງ ມາໃຫ້ ຄົນເຈັບທີ່ເປັນພະຍາດປິ່ນປົວຍາກ
ບັນດາທ່ານໝໍຢູ່ ອັງກິດ ໄດ້ປະສົບຜົນສຳເລັດໃນການປິ່ນປົວ ອາການ Hunter, ເຊິ່ງແມ່ນຄວາມຜິດປົກກະຕິ ທາງກຳມະພັນ ທີ່ຫາຍາກ ໃຫ້ກັບ ເດັກນ້ອຍອາຍຸ 3 ປີ ດ້ວຍການປິ່ນປົວ ດ້ວຍຢີນທີ່ທັນສະໄໝ. ອົງການ ສາທາລະນະສຸກແຫ່ງຊາດ ຂອງ ອັງກິດ ໄດ້ປະກາດນຳໃຊ້ວິທີປິ່ນປົວ Casgevy ຢ່າງກວ້າງຂວາງ ໂດຍອີງໃສ່ເຕັກໂນໂລຊີ ໃນການດັດແກ້ຢີນ CRISPR ເພື່ອປິ່ນປົວຄົນເຈັບທີ່ເປັນພະຍາດ ຂາດເມັດເລືອດແດງ ຮູບ ກ່ຽວ ແລະ ພະຍາດເລືອດຈາງທາງກຳມະພັນ ຍ້ອນການກາຍພັນ ຂອງ ຢີນ.
CRISPR ແມ່ນເຕັກໂນໂລຊີການແພດ ທີ່ບຸກທະລຸ ເຊິ່ງຊ່ວຍໃຫ້ສາມາດ ຊອກຫາຕໍາແໜ່ງ ແລະ ສ້ອມແປງສ່ວນ ADN ທີ່ຜິດພາດ ໄດ້ຢ່າງຊັດ ເຈນ, ເປີດໂອກາດໃນການປິ່ນປົວພະຍາດ ກຳມະພັນ, ມະເຮັງ, HIV ແລະ ຄວາມຜິດປົກກະຕິອື່ນໆ ດ້ວຍການສ້ອມແປງຢີນ ຢູ່ໃນຮ່າງກາຍ ໂດຍກົງ ຫຼື ສ້ອມແປງຈຸລັງ ຢູ່ພາຍນອກ ແລ້ວນຳເຂົ້າສູ່ຮ່າງກາຍ.















