
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນໃນກອງປະຊຸມສຸດຍອດ ອາຊຽນ ຄັ້ງທິ 36 (ພາບປະກອບ: TTXVN)
	      ຕາມບົດຂຽນແລ້ວ, ສະພາບຕົວຈິງໄດ້ສະແດງໃຫ້ເຫັນວ່າ ບັນດາມາດຕະການຮັບມືຢ່າງປະທັບໃຈຂອງຫວຽດນາມ ຕໍ່ໂລກລະບາດໂຄວິດ - 19 ມາຮອດຈຸດເວລານີ້ແມ່ນໄດ້ຮັບຄວາມເຄົາລົບ ແລະ ຢັ້ງຢືນຈາກບັນດາປະເທດໃນໂລກ. ບັນດານັກເສດຖະກິດຈາກທະນາຄານໂລກ, ກອງທຶນເງິນຕາສາກົນ ແລະ ທະນາຄານພັດທະນາ ອາຊີ ໄດ້ຄາດຄະເນວ່າ ຫວຽດນາມ ມີບັນດາໂອກາດດີທີ່ສຸດໃນພາກພື້ນເພື່ອຫຼຸດພົ້ນອອກຈາກວິກິດການເສດຖະກິດໃນໄລຍະຫຼັງໂຄວິດ - 19. ນີ້ແມ່ນການຫັນປ່ຽນທີ່ສຳຄັນກ່ຽວກັບທີ່ຕັ້ງບົດບາດຂອງຫວຽດນາມ ໃນ ອາຊຽນ.
	 (ແຫຼ່ງຄັດຈາກ VOV)

















