• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລີ່ມລົງມືກໍ່ສ້າງສູນກະສິກຳ ນຳໃຊ້ເຕັກໂນໂລຢີສູງທັນສະໄໝທີ່ສຸດຢູ່ ໄຕຫງວຽນ

      ໂຄງການໂດຍກຸ່ມບໍລິສັດ Da Heus (ໂຮນລັງ) ແລະ ກຸ່ມບໍລິສັດ ຮຸ່ງເຍິນຮ່ວມມືລົງທຶນ, ດ້ວຍຍອດເງິນລົງທຶນແມ່ນ 66 ລ້ານ USD, ຄາດວ່າຈະສຳເລັດໃນທ້າຍປີ 2025.

ບັນດາຜູ້ແທນປະຕິບັດພິທີເລີ່ມລົງມືກໍ່ສ້າງໂຄງການ (ພາບ: TTXVN)
      ໂຄງການ “ສູນກະສິກຳນຳໃຊ້ເຕັກໂນໂລຢີສູງຢູ່ດັກລັກ” - ແມ່ນສູນກະສິກຳທັນສະໄໝທີ່ສຸດຢູ່ ໄຕຫງວຽນ ໃນປັດຈຸບັນໄດ້ເລີ່ມລົງມືກໍ່ສ້າງແຕ່ວັນທີ 27 ກັນຍາ. ສູນກະສິກຳມີເນື້ອທີ່ປະມານ 200 ha, ໄດ້ກໍ່ສ້າງຢູ່ຕາແສງ Ea Mdroh, ເມືອງ Cu Mgar, ແຂວງດັກລັກ. ໂຄງການລວມມີສູນຜະລິດບັນດາຜະລິດຕະພັນກະເສດ ທີ່ມີຄຸນນະພາບສູງ ຕາມລະບົບຄົບວົງຈອນເຊິ່ງລວມມີ: ການຄັດເລືອກ, ຜະລິດ ໝູພັນ - ໄກ່ພັນ, ຜະລິດອາຫານລ້ຽງສັດຕາມທິດອົງຄະທາດ… ສູນໄດ້ຕິດຕັ້ງລະບົບໄຟຟ້າແສງຕາເວັນ ເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວຜະລິດ, ອັນໄດ້ປະກອບສ່ວນປະຢັດຄ່າທຳນຽມ ແລະ ປົກປັກຮັກສາສິ່ງແວດລ້ອມ.        
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top