• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ 2020: ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ອອກຖະແຫຼງການກ່ຽວກັບສະພາບຝົນຕົກໜັກ, ນ້ຳຖ້ວມຢູ່ ຈີນ

ຕາມການສະເໜີຂອງປະທານ ອາຊຽນ ແລ້ວ, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ອອກຖະແຫຼງການກ່ຽວກັບສະພາບຝົກຕົກໜັກ, ນ້ຳຖ້ວມຢູ່ ຈີນ.

ສະພາບຝົກຕົກໜັກ, ນ້ຳຖ້ວມຢູ່ ຈີນ (ພາບ:  China Daily)

ເນື້ອໃນຖະແຫຼງການ, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ສະແດງຄວາມເຫັນອົກເຫັນໃຈ ແລະ ແບ່ງປັນຄວາມໂສກເສົ້າຢ່າງສຸດຊື້ງ ກັບລັດຖະບານ ແລະ ປະຊາຊົນ ຈີນ ຕໍ່ຄວາມເສຍຫາຍຢ່າງໜັກໜ່ວງກ່ຽວກັບຊີວິດອິນຊີ, ເຮືອນຊານບ້ານຊ່ອງ ແລະ ຊັບສິນຍ້ອນຝົນຕົກໜັກ, ນ້ຳຖ້ວມ, ກໍ່ຄືເລື່ອງປະຊາຊົນຫລາຍລ້ານຄົນຕ້ອງໄດ້ອົບພະຍົບຫລົບໄພ. ແບ່ງປັນກ່ຽວກັບຄວາມຫຍຸ້ງຍາກດັ່ງກ່າວ, ອາຊຽນ ໄດ້ສະແດງຄວາມເຊື່ອໝັ້ນວ່າ ຈີນ ຈະຜ່ານຜ່າສິ່ງທ້າທາຍ ແລະ ແກ້ໄຂບັນດາຜົນເສຍຫາຍຍ້ອນໄພທຳມະຊາດກໍ່ຂຶ້ນໂດຍໄວ. ອາຊຽນ ກໍ່ຢັ້ງຢືນເຖິງ ນ້ຳໃຈສາມັກຄີ ແລະ ໃຫ້ຄຳໝັ້ນສັນຍາພ້ອມແລ້ວທີ່ຈະໜູນຊ່ວຍ ຈີນ ໃນໄລຍະທີ່ຫຍຸ້ງຍາກນີ້.
(ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top