• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ ເຫັນ​ດີ​ຈັດ​ຕັ້ງ​ກອງ​ປະ​ຊຸມ ADMM – 14, ADMM + ຢ່າງ​ປອດ​ໄພ ແລະ ແທດ​ຈິງ

ຜູ້ຕາງໜ້າຫວຽດນາມ ພ້ອມກັບບັນດາປະເທດ ໄດ້ເຫັນດີເປັນເອກະພາບຈັດຕັ້ງບັນດາເຫດການສຳຄັນດັ່ງກ່າວຢ່າງປອດໄພ ແລະ ແທດຈິງ.

ທ່ານພັນເອກ ຟ້າມແມ້ງທັ໊ງ, ຮອງຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ ໄດ້ເປັນປະທານການເຮັດວຽກ (ພາບ: qdnd.vn)

ເພື່ອແຈ້ງຂ່າວກ່ຽວກັບວຽກງານຈັດຕັ້ງກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດໃຫ້ບັນດາປະເທດ ອາຊຽນ ຄັ້ງທີ 14 (ADMM – 14), ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ ເປີດກວ້າງ ຄັ້ງທີ 7 ແລະ ບັນດາການເຄື່ອນໄຫວທີ່ກ່ຽວຂ້ອງ ເຊິ່ງຈະຈັດຂຶ້ນຢູ່ຮ່າໂນ້ຍ, ທ່ານພັນເອກ ຟ້າມແມ້ງທັ໊ງ, ຮອງຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ ໄດ້ເປັນປະທານການເຮັດວຽກກັບທູດປ້ອງກັນຊາດບັນດາປະເທດ ອາຊຽນ; ຜູ້ຕາງໜ້າບັນດາປະເທດຄູ່ຮ່ວມມື ແລະ ແຂກຖືກເຊີນ ໃນຕອນບ່າຍວັນທີ 02 ທັນວາ, ຢູ່ຮ່າໂນ້ຍ. ນະທີ່ນີ້, ຜູ້ຕາງໜ້າຫວຽດນາມ ພ້ອມກັບບັນດາປະເທດ ໄດ້ເຫັນດີເປັນເອກະພາບຈັດຕັ້ງບັນດາເຫດການສຳຄັນດັ່ງກ່າວຢ່າງປອດໄພ ແລະ ແທດຈິງ.

        ກອງປະຊຸມ ADMM – 14 ແລະ ກອງປະຊຸມ ADMM + ທີ່ຈະຈັດຂຶ້ນໃນຄັ້ງນີ້ ແມ່ນສອງເຫດການທີ່ສຳຄັນທີ່ສຸດໃນບັນດາການເຄື່ອນໄຫວ, ກອງປະຊຸມປ້ອງກັນຊາດ - ການທະຫານຂອງ ອາຊຽນ ໂດຍ ກະຊວງປ້ອງກັນປະເທດຫວຽດນາມ ເປັນເຈົ້າພາບຈັດຕັ້ງ ໃນປີ ປະທານ ອາຊຽນ 2020. ບັນດາເຫດການດັ່ງກວ່າ ຈະຖືກຈັດຂຶ້ນຕາມຮູບການທາງອອນລາຍ ແຕ່ວັນທີ 9 ຫາ ວັນທີ 10 ທັນວາ ຈະມາເຖິງ. ເນື່ອງໃນໂອກາດນີ້, ຫວຽດນາມ ຈະເປັນເຈົ້າພາບຈັດຕັ້ງການເຄື່ອນໄຫວຈຳນວນໜຶ່ງທີ່ກ່ຽວຂ້ອງອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top