• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຮັບ​ປະ​ກັນ​ການ​ຊຸກ​ຍູ້​ການປົກ​ປ້ອງ​ຊັບ​ສິນ​ທາງ​ປັນ​ຍາ​

ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ສະເໜີໃຫ້ບັນດາວິສາຫະກິດ ເປັນເຈົ້າການ, ຕັ້ງໜ້າໃນການກຳໄດ້ກາລະໂອກາດກໍ່ຄືສິ່ງທ້າທາຍໃນວິວັດການປະຕິບັດບັນດາສັນຍາການຄ້າເສລີ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ TTXVN) 

ຕອນບ່າຍວັນທີ 5 ຕຸລາ, ກ່າວຄຳເຫັນທີ່ການຕ້ອນຮັບ ຄະນະວິສາຫະກິດ ຂອງສະມາຄົມພັດທະນາຮ່ວມມືເສດຖະກິດ ຫວຽດນາມ - ສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ມີຄວາມປາດຖະໜາວ່າ: ສະມາຄົມພັດທະນາການຮ່ວມມືເສດຖະກິດ ຫວຽດນາມ - ອາຊຽນກໍ່ຄືບັນດາວິສາຫະກິດສະມາຊິກຈະມີຄວາມເອົາໃຈໃສ່ ກ່ຽວກັບຕະຫຼາດອາຊຽນ ທີ່ພວມມີບັນດາການຜັນແປຢ່າງຕັ້ງໜ້າໃນໄລຍະທີ່ຜ່ານມາກ່ວາອີກ. ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ສະເໜີໃຫ້ບັນດາວິສາຫະກິດ ເປັນເຈົ້າການ, ຕັ້ງໜ້າໃນການກຳໄດ້ກາລະໂອກາດກໍ່ຄືສິ່ງທ້າທາຍໃນວິວັດການປະຕິບັດບັນດາສັນຍາການຄ້າເສລີ. ທ່ານຟ້າມບິ່ງມິງຢັ້ງຢືນວ່າ ລັດຖະບານຮັບປະກັນການຊຸກຍູ້ການປົກປ້ອງຊັບສິນທາງປັນຍາໃນສະພາບການຫວຽດນາມພວມປະຕິບັດສັນຍາການຄ້າເສລີຫຼາຍສະບັບ, ເຊິ່ງໄດ້ປະກາດໃຊ້ຍຸດທະສາດປົກປ້ອງຊັບສິນທາງປັນຍາຕະຫຼອດຮອດປີ 2030.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ການ​ນຳ​ກຸ່ມ​ບໍ​ລິ​ສັດ ທຽນ​ຂຸງ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ການ​ນຳ​ກຸ່ມ​ບໍ​ລິ​ສັດ ທຽນ​ຂຸງ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະແດງຄວາມຊົມເຊີຍກຸ່ມບໍລິສັດ ທຽນຂຸງ ທີ່ໃນຊຸມປີຜ່ານມາໄດ້ເປີດກວ້າງການລົງທຶນຢູ່ແຂວງ ກວາງນິງ ແລະ ດົ່ງນາຍຂອງ ຫວຽດນາມ.

Top