• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ພ້ອມແລ້ວທີ່ຈະຈັດຕັ້ງ SEA Games 31

      ຫວຽດນາມ ຈະສ້າງຄວາມປະທັບໃຈອັນດີງາມຕໍ່ເພື່ອນມິດສາກົນທີ່ເຂົ້າຮ່ວມງານມະຫາກຳກິລາຖືກຕາມເນື້ອໃນຈິດໃຈຄຳຂວັນຂອງງານມະຫາກຳກິລາທີ່ວ່າ “ເພື່ອ ອາຊີຕາເວັນອອກສ່ຽງໃຕ້ທີ່ເຂັ້ມແຂງກວ່າ”.
ກອງປະຊຸມ
      ຕອນເຊົ້າວັນທີ 18 ມັງກອນ, ຢູ່ຮ່າໂນ້ຍ, ກອງປະຊຸມຄັ້ງທຳອິດ ບັນດາຫົວໜ້າຄະນະຈັດຕັ້ງ ງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 ຖືກຈັດຂຶ້ນ, ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າ 12  ທ້ອງຖິ່ນເຂົ້າຮ່ວມການຈັດຕັ້ງງານມະຫາກຳກິລາ ຊີເກມ 31, ຜູ້ຕາງໜ້າສະຖານທູດ 11 ປະເທດ ອາຊີຕາເວັນອອກສ່ຽງໃຕ້, ອະນຸກຳມະການ ຂຶ້ນກັບຄະນະຈັດຕັ້ງ, ຜູ້ຕາງໜ້າບັນດາຄະນະກຳມະການ Olympic ແລະ ຄະນະນັກກິລາເຂົ້າຮ່ວມ SEA Games ກໍໄດ້ເຂົ້າຮ່ວມກອງປະຊຸມແບບທາງໄກ.
      ທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ້ອງທ່ຽວ ຫວຽດນາມ ຮວ່າງດ້າວເກືອງ ໄດ້ຢັ້ງຢືນຄວາມຕັດສິນໃຈຂອງປະເທດເຈົ້າພາບ ຫວຽດນາມ ຕໍ່ບັນດາສິ່ງທ້າທາຍຈາກໂລກລະບາດໂຄວິດ - 19, ເຖິງວ່າ ງານມະຫາກຳກິລາ ຊີເກມ 31 ຕ້ອງເລື່ອນແຕ່ເດືອນ ພະຈິກ 2021 ໄປຈັດຕັ້ງໃນເດືອນພຶດສະພາ 2022 ກໍຕາມ, ແຕ່ ຫວຽດນາມ ຍັງຕັ້ງໜ້າກະກຽມເພື່ອຈັດຕັ້ງງານມະຫາກຳກິລາຊີເກມ 31 ໃຫ້ສຳເລັດ. ຫວຽດນາມ ຈະສ້າງຄວາມປະທັບໃຈອັນດີງາມຕໍ່ເພື່ອນມິດສາກົນທີ່ເຂົ້າຮ່ວມງານມະຫາກຳກິລາຖືກຕາມເນື້ອໃນຈິດໃຈຄຳຂວັນຂອງງານມະຫາກຳກິລາທີ່ວ່າ “ເພື່ອ ອາຊີຕາເວັນອອກສ່ຽງໃຕ້ທີ່ເຂັ້ມແຂງກວ່າ”.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top