• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດຍັງບໍ່ທັນແຕກພາຍຫຼັງສົງຄາມ

      ວັນນີ້ແມ່ນວັນທົ່ວໂລກປ້ອງກັນ, ຄວບຄຸມລູກລະເບີດບໍ່ທັນແຕກ. ຢູ່ຫວຽດນາມ, ລູກລະເບີດ, ວັດຖຸລະເບີດທີ່ຍັງຕົກຄ້າງພາຍຫຼັງສົງຄາມແມ່ນເປັນໄພອັນຕະລາຍທີ່ປະຊາຊົນຕ້ອງປະເຊີນໜ້າໃນທຸກມື້.

ພາບປະກອບ
      ປັດຈຸບັນ, ເນື້ອທີ່ດິນເປັນມົນລະພິດແລະສົ່ງໄສວ່າເປັນມົນລະພິດຈາກລູກລະເບີດຢູ່ຫວຽດນາມແມ່ນປະມານ 6,1 ລ້ານເຮັກຕາ, ກວມເອົາ 18,71%ຍອດເນື້ອທີ່ດິນທຳມະຊາດທົ່ວປະເທດໃນຊຸມປີທີ່ຜ່ານມາ, ພັກ, ລັດຫວຽດນາມໄດ້ເອົາເອົາໃຈໃສ່ເປັນພິເສດເຖິງວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ, ຈັດຕັ້ງການສຳຫຼວດທຳລາຍລູກລະເບີດດັ່ງກ່າວ. ທ່ານຫງວຽນບ໊າຮວານ, ຫົວໜ້າຫ້ອງການກະຊວງແຮງງານ, ທະຫານເສຍອົງຄະແລະສັງຄົມຫວຽດນາມໃຫ້ຮູ້ວ່າ:
        ລາຍການພັດທະນາແບບຍືນຍົງຮອດປີ 2030 ຂອງສປຊໄດ້ໃຫ້ຂໍ້ສັງເກດວ່າ: ການແກ້ໄຂລູກລະເບີດບໍ່ທັນແຕກແລະຜົນຮ້າຍຢ້ອນຫຼັງຈາກສົງຄາມແມ່ນເປົ້າໝາຍອັນຍິ່ງໃຫຍ່ຂອງທົ່ວໂລກ, ໃນນັ້ນມີຫວຽດນາມ. ໃນຊຸມປີທີ່ຜ່ານມາ, ລັດຖະບານ, ນາຍົກລັດຖະມົນຕີໄດ້ຊີ້ນຳກະຊວງປ້ອງກັນປະເທດຍູ້ໄວຄວາມຄືບໜ້າໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກຢູ່ຕາມເຂດທີ່ເປັນມົນລະພິດ. ເຖິງວ່າບັນລຸໄດ້ບັນດາຜົນງານທີ່ດີພໍສົມຄວນກໍ່ຕາມແຕ່ວ່າເພື່ອທຳລາຍລູກລະເບີດຍັງບໍ່ທັນແຕກທີ່ຍັງຕົກຄ້າງພາຍຫຼັງສົງຄາມຢູ່ຫວຽດນາມແມ່ນຕ້ອງມີງົບປະມານນັບຫຼາຍສິບຕື້ USD
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕອບ​ຄຳ​ຊັກ​ຖາມ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕອບ​ຄຳ​ຊັກ​ຖາມ

ຕອນ​ບ່າຍ​ວັນ​ທີ 12 ພະ​ຈິກ, ຢູ່ ຮ່າ​ໂນ້ຍ, ໃນ​ຂອບ​ເຂດ​ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 16, ບັນ​ດາ ສ​ສ​ຊ ໄດ້​ຊັກ​ຖາມ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິນ​ຮຶງ.

Top