ຂ່າວສານ

ຫວຽດນາມແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດຍັງບໍ່ທັນແຕກພາຍຫຼັງສົງຄາມ

      ວັນນີ້ແມ່ນວັນທົ່ວໂລກປ້ອງກັນຄວບຄຸມລູກລະເບີດບໍ່ທັນແຕກຢູ່ຫວຽດນາມລູກລະເບີດວັດຖຸລະເບີດທີ່ຍັງຕົກຄ້າງພາຍຫຼັງສົງຄາມແມ່ນເປັນໄພອັນຕະລາຍທີ່ປະຊາຊົນຕ້ອງປະເຊີນໜ້າໃນທຸກມື້.

ພາບປະກອບ
      ປັດຈຸບັນເນື້ອທີ່ດິນເປັນມົນລະພິດແລະສົ່ງໄສວ່າເປັນມົນລະພິດຈາກລູກລະເບີດຢູ່ຫວຽດນາມແມ່ນປະມານ 6,1 ລ້ານເຮັກຕາກວມເອົາ 18,71%ຍອດເນື້ອທີ່ດິນທຳມະຊາດທົ່ວປະເທດໃນຊຸມປີທີ່ຜ່ານມາພັກລັດຫວຽດນາມໄດ້ເອົາເອົາໃຈໃສ່ເປັນພິເສດເຖິງວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກຈັດຕັ້ງການສຳຫຼວດທຳລາຍລູກລະເບີດດັ່ງກ່າວທ່ານຫງວຽນບ໊າຮວານຫົວໜ້າຫ້ອງການກະຊວງແຮງງານທະຫານເສຍອົງຄະແລະສັງຄົມຫວຽດນາມໃຫ້ຮູ້ວ່າ:
        ລາຍການພັດທະນາແບບຍືນຍົງຮອດປີ 2030 ຂອງສປຊໄດ້ໃຫ້ຂໍ້ສັງເກດວ່າການແກ້ໄຂລູກລະເບີດບໍ່ທັນແຕກແລະຜົນຮ້າຍຢ້ອນຫຼັງຈາກສົງຄາມແມ່ນເປົ້າໝາຍອັນຍິ່ງໃຫຍ່ຂອງທົ່ວໂລກໃນນັ້ນມີຫວຽດນາມໃນຊຸມປີທີ່ຜ່ານມາລັດຖະບານນາຍົກລັດຖະມົນຕີໄດ້ຊີ້ນຳກະຊວງປ້ອງກັນປະເທດຍູ້ໄວຄວາມຄືບໜ້າໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກຢູ່ຕາມເຂດທີ່ເປັນມົນລະພິດເຖິງວ່າບັນລຸໄດ້ບັນດາຜົນງານທີ່ດີພໍສົມຄວນກໍ່ຕາມແຕ່ວ່າເພື່ອທຳລາຍລູກລະເບີດຍັງບໍ່ທັນແຕກທີ່ຍັງຕົກຄ້າງພາຍຫຼັງສົງຄາມຢູ່ຫວຽດນາມແມ່ນຕ້ອງມີງົບປະມານນັບຫຼາຍສິບຕື້ USD
 (ແຫຼ່ງຄັດຈາກ VOV)


top