• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມສະໜັບສະໜູນວັນສາກົນປົກປັກຮັກສາຊັ້ນ Ozon ປີ 2019

      ຕອນເຊົ້າວັນທີ 16 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນປົກປັກຮັກສາຊັ້ນ Ozon ສາກົນປີ 2019.

ພິທີສະເຫຼີມສະຫຼອງວັນປົກປັກຮັກສາຊັ້ນ Ozon ສາກົນປີ 2019
      ຈົດໝາຍສະແດງຄວາມເຈດຈຳນົງ  Montreal ກ່ຽວກັບບັນດາທາດຜິດທີ່ເຮັດໃຫ້ຊັ້ນ Ozon ຖືກທຳລາຍ (ຂຶ້ນກັບສົນທິສັນຍາ Vienna ກ່ຽວກັບການປົກປັກຮັກສາ ຊັ້ນ Ozon) ເຊິ່ງໄດ້ຮັບການລົງນາມໃນປີ 1987 ຢູ່ Montreal, ປະເທດ ການາດາ, ໄດ້ຕີລາຄາວ່າແມ່ນໜຶ່ງໃນບັນດາສົນທິສັນຍາສາກົນກ່ຽວກັບສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ປະສົບຜົນສຳເລັດທີ່ສຸດໃນປະຫວັດສາດ.
        ຫວຽດນາມແມ່ນໜຶ່ງໃນບັນດາປະເທດເຂົ້າຮ່ວມສົນທິສັນຍາ Vienna ກ່ຽວກັບການປົກປັກຮັກສາຊັ້ນ Ozon ແລະ ຈົດໝາຍສະແດງຄວາມເຈດຈຳນົງ  Montreal ໄວກ່ວາໝູ່ເຊິ່ງນັບແຕ່ເດືອນມັງກອນ 1994. ທ່ານເລກົງແທັ່ງຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃຫ້ຮູ້ວ່າ ໃນຕະຫຼອດ25 ປີທີ່ຜ່ານມາ, ຫວຽດນາມ ໄດ້ເປັນເຈົ້າການ ແລະ ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວປົກປັກຮັກຊັ້ນ Ozon, ປະຕິບັດສົນທິສັນຍາ Vienna, ຈົດໝາຍສະແດງຄວາມເຈດຈຳນົງ  Montreal ເປັນຢ່າງດີ ແລະ ບັນລຸໄດ້ໝາກຜົນຫຼາຍຢ່າງທີ່ໄດ້ຮັບການຮັບຮອງຈາກປະຊາຄົມສາກົນ.ໃນຂອບເຂດພິທີສະເຫຼີມສະຫຼອງວັນສາກົນປົກປັກຮັກສາຊັ້ນ Ozon ປີ 2019, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ເລີ່ມເຄື່ອນໄຫວໂຄງການຄຸ້ມຄອງ, ລົບລ້າງບັນດາທາດ HCFC ຂອງ ຫວຽດນາມ ໄລຍະ II. ໂຄງການແມ່ນເພື່ອແນໃສ່ລົບລ້າງ ອັດຕາການນຳໃຊ້ພື້ນຖານບັນດາທາດ HCFC 32% ໃນປີ 2023.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top