• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີປັດໃຈສະດວກຫຼາຍຢ່າງໃຫ້ແກ່ເສດຖະກິດຫວຽດນາມເຕີບໂຕ

      ຕາມການໄຈ້ແຍກຂອງບັນດານັກຊ່ຽວຊານແລ້ວ, ການເຕີບໂຕດ້ານເສດຖະກິດຂອງຫວຽດນາມ ໃນໄລຍະຈະມາເຖິງ ຈະສືບຕໍ່ເດີນຕາມທ່າອ່ຽງຟື້ນຟູຢ່າງຕັ້ງໜ້າ ຍ້ອນມີບັນດາປັດໃຈສະດວກໃນການເຕີບໂຕຄື: ສືບຕໍ່ປະຕິບັດການປະຕິຮູບລະບອບລະບຽບການ ແລະ ປັບປຸງສະພາບແວດລ້ອມແຫ່ງການລົງທຶນ.
  
(ພາບປະກອບອີນເຕີແນັດ) 
      ລະອຽດແມ່ນບັນດາຄວາມສະດວກກ່ຽວກັບແຫຼ່ງທຶນ FDI ໄດ້ຮັບການປ່ອຍເງິນບັນລຸລະດັບສະຖິຕິໃນປີ 2017 ຈະເພີ່ມຄວາມຕ້ອງການດ້ານແຮງງານໃນປີ 2018. ຈຳນວນວິສາຫະກິດຈົດທະບຽນສ້າງຕັ້ງໃໝ່ໄດ້ເພີ່ມຂຶ້ນເປັນໜ້າປະທັບໃຈໃນເດືອນ ມັງກອນ 2018 ແມ່ນເກືອບ 11.000 ແຫ່ງ ຈົດທະບຽນສ້າງຕັ້ງໃໝ່, ເພີ່ມຂຶ້ນ 20,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017.
        ຄຽງຄູ່ກັນນັ້ນ, ການລົງທຶນໂດຍກົງຈາກຕ່າງປະເທດໄດ້ຮັບຜົນປະໂຫຍດ ເມື່ອມີບັນດາປັດໃຈຕັ້ງໜ້າຈະໄດ້ຮັບການໜູນຊ່ວຍຫຼາຍກວ່າໃນປີ 2018 ກ່ຽວກັບແງ່ຫວັງເສດຖະກິດ ກໍຄືກາລະໂອກາດໃນວິວັດການເຊື່ອມໂຍງເຂົ້າກັບສາກົນ, ການເຄື່ອນໄຫວຜະລິດ, ດຳເນີນທຸລະກິດໄດ້ຮັບຄວາມຫວັງວ່າສືບຕໍ່ມີທ່າເຕີບໂຕ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​ຂອງ ອິດ​ສະ​ຣາ​ແອັນ, ມີ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​ຂອງ ອິດ​ສະ​ຣາ​ແອັນ, ມີ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ວັນ​ທີ 18 ພຶດ​ສະ​ພາ, ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີທີ່ Jerusalem, ທ່ານ ຫງວຽນ​ກີ່​ເຊີນ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອິດ​ສະ​ຣາ​ແອັນ ໄດ້​ຍື່ນ​ສານ​ຕາ​ຕັ້ງ​ຕໍ່ທ່ານ Isaac Herzog ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສ​ະ​ຣາ​ແອັນ, ເລີ່ມ​​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດ​ຢູ່ ລັດ ອິດ​ສະ​ຣາ​ແອັນ ຢ່າງ​ເປັນ​ທາງ​ການ.

Top