• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ຈີນ ເຈລະຈາທາງໂທລະສັບກັບການນຳ ອີຢູ ແລະ ສິງກະໂປ

      ໃນການເຈລະຈາທາງໂທລະສັບໃນວັນດຽວກັນ ກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີສຽນຫຼົງ ທ່ານ ສີຈິ້ນຜິງກໍຖືວ່າ ສອງປະເທດ ຄວນສົມທົບກັນເພື່ອແກ້ໄຂໜ້າທີ່ພັດທະນາພາຍຫຼັງໂລກລະບາດໂຄວິດ - 19.
ທ່ານ ສີຈິ້ນຜິງ ປະທານປະເທດ ຈີນ (ພາບປະກອບ: TTXVN)
      ວັນທີ 15 ຕຸລາ, ທ່ານ ສີຈິ້ນຜິງ ປະທານປະເທດ ຈີນ ໄດ້ຮຽກຮ້ອງໃຫ້ເພີ່ມທະວີການແລກປ່ຽນຍຸດທະສາດກັບສະຫະພາບເອີີຣົບ (ອີຢູ). ໃນການເຈລະຈາທາງໂທລະສັບກັບ ທ່ານ Charles Michel ປະທານສະພາເອີຣົບ, ທ່ານ ສີຈິ້ນຜິງ ຖືວ່າ ສອງຝ່າຍຄວນພ້ອມກັນຊຸກຍູ້ການພັດທະນາການພົວພັນສອງຝ່າຍໃຫ້ໝັ້ນຄົງເຂັ້ມແຂງ ແລະ ມີສະຖຽນລະພາບ ເພາະວ່າສິ່ງນີ້ນອນໃນຜົນປະໂຫຍດຂອງທັງສອງຝ່າຍ. ທ່ານ ສີຈິ້ນຜິງ ຍັງເນັ້ນໜັກວ່າ ຈີນ ແລະ ອີຢູແມ່ນສອງຝ່າຍໃຫ້ຄວາມສຳຄັນຕໍ່ເອກະລາດ ແລະ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
            ໃນການເຈລະຈາທາງໂທລະສັບໃນວັນດຽວກັນ ກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີສຽນຫຼົງ ທ່ານ ສີຈິ້ນຜິງກໍຖືວ່າ ສອງປະເທດ ຄວນສົມທົບກັນເພື່ອແກ້ໄຂໜ້າທີ່ພັດທະນາພາຍຫຼັງໂລກລະບາດໂຄວິດ - 19. ນອກຈາກນັ້ນ, ທ່ານ ສີຈິ້ນຜິງ ຍັງໄດ້ເນັ້ນໜັກວ່າ ສອງຝ່າຍຄວນເອົາໃຈໃສ່ຕໍ່ເງື່ອນໄຂໜູນຊ່ວຍສັງຄົມໃຫ້ປະຊາຊົນສອງປະເທດ ກໍຄືການພັດທະນາ ແລະ ວັດທະນາຖາວອນຂອງພາກພື້ນ, ໄປຄຽງຄູ່ກັນນັ້ນ ກໍພ້ອມກັນແກ້ໄຂໜ້າທີ່ໃໝ່ ໃນການພັດທະນາປະເທດຊາດ ພາຍຫຼັງໂລກລະບາດ ເພື່ອສືບຕໍ່ນຳເອົາໝາກຜົນທີ່ຖືກໃຈມາໃຫ້ປະຊາຊົນ./. 
(ແຫຼ່ງຄັດຈາກ VOV)

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕອນເຊົ້າວັນທີ 15 ທັນວາ, ຢູ່ແຂວງ ແທັງຮວ໊າ, ຄະນະປະຈຳຄະນະພັກກອງບັນຊາການຕຳຫຼວດທະເລ ຫວຽດນາມ ໄດ້ສົມທົບກັບຄະນະປະຈຳພັກແຂວງ ແທັງຮວ໊າ ຈັດຕັ້ງກອງປະຊຸມຜັນຂະຫຍາຍໂຄງການສົມທົບວຽກງານຂົນຂວາຍປະຊາຊົນ “ຕຳຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ໄລຍະ 2025 – 2030.

Top