• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດເຈີ່ນດ້າຍກວາງມີບົດຂຽນເນື່ອງໃນໂອກາດສະເຫຼີມສະຫຼອງ 43 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດ

      ເສີມຂະຫຍາຍກຳລັງແຮງຂອງເຈດນຳນົງເອກະພາບ ທ້ອນໂຮມປະເທດຊາດ ແລະຄວາມມູ່ງຫວັງສັນຕິພາບໃນພາລະກິດປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ
(ພາບ: nhandan.com.vn)
      ນີ້ແມ່ນຫົວຂໍ້ ບົດຂຽນຂອງທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ເນື່ອງໃນໂອກາດສະເຫຼີມສະຫຼອງ 43 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ. ບົດຂຽນຊີ້ແຈ້ງວ່າ: ການບຸກໂຈມຕີຄັ້ງໃຫຍ່ ແລະ ລຸກຮື້ຂຶ້ນລະດູບານໃໝ່ປີ 1975 ຈຸດສູງແມ່ນບັ້ນຮົບ ໂຮ່ຈິມິນ ປະຫວັດສາດ ໄດ້ປົດປ່ອຍພາກໃຕ້ຫວຽດນາມຢ່າງສົມບູນ, ໂຮມປະເທດຊາດເປັນເອກະພາບ, ສິ້ນສຸດໄຊຊະນະຂອງພາລະກິດຕໍ່ສູ້ຕ້ານຈັກກະພັດອາເມລິກາ, ກູ້ຊາດ ດ້ວຍການເສຍສະຫຼະ, ຄວາມລຳບາກກາກກຳຫຼວງຫຼາຍ ແລະ ແຕ່ສະຫງ່າລະສີຂອງຊາດຫວຽດນາມ. ແຕ່ລະບາດກ້າວພັດທະນາ, ເຕີບໂຫຍ່ຂອງການປະຕິວັດຫວຽດນາມ ລ້ວນແຕ່ຕິດພັນກັບຊີວິດ ແລະ ພາລະກິດປະຕິວັດທີ່ຟົດຟື້ນ, ສູງສົ່ງຂອງປະທານໂຮ່ຈິມິນ ຜູ້ຍິ່ງໃຫຍ່.
      ບົດຂຽນໄດ້ຢືນຢັນວ່າ: ພາຍຫຼັງປົດປ່ອຍພາກໃຕ້ຢ່າງສົມບູນ, ໂຮມປະເທດຊາດເປັນເອກະພາບ, ຈາກການເລີ່ມຕົ້ນດ້ານເສດຖະກິດຕ່ຳ, ນັບທັງຖືກຜົນສະທ້ອນຢ່າງໜັກໜ່ວງຂອງຊຸມເດືອນປີສົງຄາມຢ່າງດຸເດືອດ, ພາຍໃຕ້ການຊີ້ນຳນຳພາຂອງພັກ, ລັດ, ປະຊາຊົນຫວຽດນາມ ໄດ້ຍົກສູງສະຕິລັດທິວິລະຊົນປະຕິວັດ, ມານະພະຍາຍາມສູ້ຊົນ, ແກ້ໄຂຄວາມຫຍຸ້ງຍາກ, ຜ່ານຜ່າສິ່ງທ້າທາຍ, ບັນລຸໄດ້ບັນດາຜົນງານທີ່ສຳຄັນໃນຫຼາຍຂົງເຂດ.
      ກວ່າ 30 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມ ບັນລຸໄດ້ບັນດາຜົນງານຢ່າງໃຫຍ່ຫຼວງ, ໄດ້ຫຼຸດພົ້ນອອກຈາກວິກິດການເສດຖະກິດ, ສັງຄົມ ແລະ ສະພາບດ້ອຍພັດທະນາ, ກາຍເປັນປະເທດພັດທະນາ, ມີລາຍຮັບປານກາງ, ພວມຍູ້ແຮງການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ. ເສດຖະກິດບັນລຸການເຕີບໂຕດີພໍສົມຄວນ; ການເມືອງ - ສັງຄົມມີສະຖຽນລະພາບ, ການປ້ອງກັນຊາດປ້ອງກັນຄວາມສະຫງົບໄດ້ຮັບການຮັບປະກັນ; ວັດທະນະທຳ, ສັງຄົມມີບາດກ້າວພັດທະນາ;  ປະຊາທິປະໄຕສັງຄົມນິຍົມໄດ້ຮັບການເສີມຂະຫຍາຍ ແລະ ນັບມື້ນັບໄດ້ຮັບການເປີດກວ້າງ; ມະຫາສາມັກຄີທົ່ວປວງຊົນທັງຊາດໄດ້ຮັບການປັບປຸງ ແລະ ເພີ່ມທະວີ; ວຽກງານກໍ່ສ້າງພັກ, ກໍ່ສ້າງລັດແຫ່ງນິຕິບັນຍັດສັງຄົມນິຍົມ ແລະ ລະບົບການເມືອງໄດ້ຮັບການຍູ້ແຮງ; ການພົວພັນຕ່າງປະເທດນັບມື້ນັບໄດ້ຮັບການເປີດກວ້າງເຂົ້າສູ່ລວງເລິກ… ນີ້ແມ່ນປະຖົມປັດໃຈສຳຄັນເພື່ອໃຫ້ຫວຽດນາມ ສືບຕໍ່ປ່ຽນແປງໃໝ່ ແລະ ພັດທະນາຢ່າງໝັ້ນຄົງ, ເຂັ້ມແຂງ, ຢືນຢັນເສັ້ມທາງກ້າວຂຶ້ນສັງຄົມນິຍົມແມ່ນເໝາະສົມກັບພຶດຕິກຳຂອງຫວຽດນາມ ແລະ ທ່າອ່ຽງພັດທະນາຂອງປະຫວັດສາດ.
 (ແຫຼ່ງຄັດຈາກ VOV)

ແຂກທ່ອງທ່ຽວສາກົນມາ ຫວຽດນາມ ເພີ່ມຂຶ້ນ 14,5% ໃນ 9 ເດືອນຕົ້ນປີ 2026

ແຂກທ່ອງທ່ຽວສາກົນມາ ຫວຽດນາມ ເພີ່ມຂຶ້ນ 14,5% ໃນ 9 ເດືອນຕົ້ນປີ 2026

ຕາມ​ຕົວ​ເລກ​ສະ​ຖິ​ຕິ​ແລ້ວ​, ເດືອນ ກັນ​ຍາ 2026, ຫວຽດ​ນາມ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ປະ​ມານ 1,77 ລ້ານ​ເ​ທື​ື່ອ​ຄົນ​, ເພີ່ມ​ຂຶ້ນ 16% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025.

Top