• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີເຫັນດີເປີດປະຕູດ່ານຊາຍແດນບາງແຫ່ງຄືນໃໝ່ຢູ່ແຂວງ ລ້າງເຊີນ

      ທ່ານນາຍົກລັດຖະມົນຕີໄດ້ເຫັນດີໃຫ້ເປີດປະຕູບັນດາດ່ານຊາຍແດນສຳຮອງ ບິ່ງງີ, ນາຮິ່ງ, ນ່າເນືອ, ປໍຍູງ ຄືນໃໝ່ຕາມຂໍ້ສະເໜີຂອງຄະນະກຳມະການປະຊາຊົນແຂວງ ລ້າງເຊີນ ແລະ ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ.

(ພາບປະກອບ: VTV)
      ສຳລັບບັນດາດ່ານຊາຍແດນສຳຮອງ, ດ່ານທ້ອງຖິ່ນ, ດ່ານປະເພນີອື່ນຢູ່ເສັ້ນສາຍແດນທາງບົກຫວຽດນາມ - ຈີນ, ທ່ານນາຍົກລັດຖະມົນຕີ ກໍ່ອະນຸຍາດໃຫ້ຄະນະກຳມະການປະຊາຊົນບັນດາແຂວງຊາຍແດນ ໂດຍອີງໃສ່ສະພາບການຕົວຈິງຂອງທ້ອງຖິ່ນ, ມີການຄິດໄລ່ຊັ່ງຊາຢ່າງລະມັດລະວັງເພື່ອເປັນເຈົ້າການເປີດປະຕູດ່ານຊາຍແດນຄືນໃໝ່.  ເລື່ອງເປີດປະຕູບັນດາດ່ານຊາຍແດນສຳຮອງ, ດ່ານທ້ອງຖິ່ນ, ດ່ານປະເພນີໃນບໍລິເວນແຂວງຕ້ອງປະຕິບັດຕາມບັນດາຫຼັກການຄຸ້ມຄອງຂອງລັດ ກ່ຽວກັບດ່ານຊາຍແດນທາງບົກ, ກ່ຽວກັບດ້ານການຄ້າເຂດຊາຍແດນ; ພິເສດແມ່ນຮັບປະກັນຂັ້ນຕອນການກວດກາໂລກລະບາດ ແລະ ພຽງແຕ່ເປີດປະຕູບັນດາດ່ານຊາຍແດນສຳຮອງ, ດ່ານທ້ອງຖິ່ນ, ດ່ານປະເພນີ ທີ່ມີປະລິມານສິນຄ້າຫຼາຍ, ພິເສດແມ່ນສິນຄ້າທີ່ເປັນຜະລິດຕະພັນກະເສດ, ສິນໃນນ້ຳ, ສິນທະເລທີ່ສົ່ງອອກຂອງຫວຽດນາມ ແລະ ສິນຄ້າທີ່ເປັນວັດຖຸດິບນຳເຂົ້າຮັບໃຊ້ໃຫ້ແກ່ການຜະລິດຢູ່ພາຍໃນປະເທດ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຜັນ​ຂະ​ຫຍາຍ​ເນື້ອ​ໃນ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຜັນ​ຂະ​ຫຍາຍ​ເນື້ອ​ໃນ “ຫຸ້ນ​ສ່ວນ​ຍຸດ​ທະ​ສາດ”

ວັນທີ 23 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ພ້ອມດ້ວຍຄະນະຜູ້ແທນສະຖານທູດ ໄດ້ເຂົ້າມາອວຍພອນ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ລາວ, ເນື່ອງໃນໂອກາດ ທ່ານໄດ້ຮັບການໃຫ້ສັດຕະຍາບັນຈາກສະພາແຫ່ງຊາດລາວ ຊຸດທີ X ໃຫ້ດຳລົງຕຳແໜ່ງເປັນຮອງນາຍົກລັດຖະມົນຕີ ແຫ່ງ ສປປ. ລາວ.

Top