ຂ່າວສານ

ນາຍົກລັດຖະມົນຕີເຫັນດີເປີດປະຕູດ່ານຊາຍແດນບາງແຫ່ງຄືນໃໝ່ຢູ່ແຂວງ ລ້າງເຊີນ

      ທ່ານນາຍົກລັດຖະມົນຕີໄດ້ເຫັນດີໃຫ້ເປີດປະຕູບັນດາດ່ານຊາຍແດນສຳຮອງ ບິ່ງງີ, ນາຮິ່ງ, ນ່າເນືອ, ປໍຍູງ ຄືນໃໝ່ຕາມຂໍ້ສະເໜີຂອງຄະນະກຳມະການປະຊາຊົນແຂວງ ລ້າງເຊີນ ແລະ ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ.

(ພາບປະກອບ: VTV)
      ສຳລັບບັນດາດ່ານຊາຍແດນສຳຮອງ, ດ່ານທ້ອງຖິ່ນ, ດ່ານປະເພນີອື່ນຢູ່ເສັ້ນສາຍແດນທາງບົກຫວຽດນາມ - ຈີນ, ທ່ານນາຍົກລັດຖະມົນຕີ ກໍ່ອະນຸຍາດໃຫ້ຄະນະກຳມະການປະຊາຊົນບັນດາແຂວງຊາຍແດນ ໂດຍອີງໃສ່ສະພາບການຕົວຈິງຂອງທ້ອງຖິ່ນ, ມີການຄິດໄລ່ຊັ່ງຊາຢ່າງລະມັດລະວັງເພື່ອເປັນເຈົ້າການເປີດປະຕູດ່ານຊາຍແດນຄືນໃໝ່.  ເລື່ອງເປີດປະຕູບັນດາດ່ານຊາຍແດນສຳຮອງ, ດ່ານທ້ອງຖິ່ນ, ດ່ານປະເພນີໃນບໍລິເວນແຂວງຕ້ອງປະຕິບັດຕາມບັນດາຫຼັກການຄຸ້ມຄອງຂອງລັດ ກ່ຽວກັບດ່ານຊາຍແດນທາງບົກ, ກ່ຽວກັບດ້ານການຄ້າເຂດຊາຍແດນ; ພິເສດແມ່ນຮັບປະກັນຂັ້ນຕອນການກວດກາໂລກລະບາດ ແລະ ພຽງແຕ່ເປີດປະຕູບັນດາດ່ານຊາຍແດນສຳຮອງ, ດ່ານທ້ອງຖິ່ນ, ດ່ານປະເພນີ ທີ່ມີປະລິມານສິນຄ້າຫຼາຍ, ພິເສດແມ່ນສິນຄ້າທີ່ເປັນຜະລິດຕະພັນກະເສດ, ສິນໃນນ້ຳ, ສິນທະເລທີ່ສົ່ງອອກຂອງຫວຽດນາມ ແລະ ສິນຄ້າທີ່ເປັນວັດຖຸດິບນຳເຂົ້າຮັບໃຊ້ໃຫ້ແກ່ການຜະລິດຢູ່ພາຍໃນປະເທດ.
 (ແຫຼ່ງຄັດຈາກ VOV)


top