• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກຖະຫວາຍທູບທຽນ,ອາໄລຫາປະທານໂຮ່ຈີມິນ

ຕອນເຊົ້າວັນທີ 31 ສິງຫາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຖະຫວາຍທູບທຽນ, ອາໄລຫາປະທານໂຮ່ຈິມິນ ຢູ່ເຮືອນເລກທີ 67 ຂຶ້ນກັບເຂດປູຊະນີຍະສະຖານປະທານໂຮ່ຈີມິນ ໃນບໍລິເວນທຳນຽບປະທານປະເທດ

ເນື່ອງໃນໂອກາດ 49 ປີແຫ່ງວັນປະທານໂຮ່ຈີມິນ ເຖິງແກ່ມໍລະນະກຳ (02 ກັນຍາ 1969 – 02 ກັນຍາ 2018) ແລະ ກໍ່ແມ່ນ 49 ປີແຫ່ງວັນປະຕິບັດຄຳພິໄນກຳຂອງປະທານໂຮ່ຈີມິນ.

        ທີ່ເຮືອນເລກທີ 67, ເຊິ່ງແມ່ນແຫ່ງທີ່ປະທານໂຮ່ຈີມິນ ເຄີຍດຳລົງຊີວິດ ແລະ ເຮັດວຽກໃນຊຸມວັນ, ເດືອນ, ປີສຸດທ້າຍກ່ອນທີ່ຫຼ່ວງລັບໄປ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຖະຫວາຍທູບທຽນອາໄລຫານັກວິລະຊົນ, ຜູ້ທີ່ໄດ້ອຸທິດຕະຫຼອດຊີວິດ, ເສຍສະຫຼະເພື່ອເອກະລາດ, ເສລີພາບຂອງປະເທດຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ. ຕໍ່ໜ້າດວງວິນຍານຂອງປະທານໂຮ່ຈີມິນ, ໂດຍຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນໃນທົ່ວປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ບຸນຄຸນອັນໃຫຍ່ຫຼວງຂອງປະທານໂຮ່ຈີມິນ ທີ່ສະຫງວນໃຫ້ພາລະກິດແຫ່ງການຕໍ່ສູ້, ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ.

(ແຫຼ່ງຄັດຈາກ VOV)

 

ໂຮງ​ໝໍ​ກາງ​ສະ​ໜາມ​ຂັ້ນ 2 ເລກ 7 ຂອງ​ຫວຽດ​ນາມ ໄດ້​ຮັບຫຼຽນ​ກາ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

ໂຮງ​ໝໍ​ກາງ​ສະ​ໜາມ​ຂັ້ນ 2 ເລກ 7 ຂອງ​ຫວຽດ​ນາມ ໄດ້​ຮັບຫຼຽນ​ກາ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

​ນັບ​ແຕ່​ການ​ຜັນ​ຂະ​ຫຍາຍ​ໂຮງ​ໝໍ​ກາງ​ສະ​ໜາມ​ຂັ້ນ​ 2 ເລກ 7 ທຳ​ອິດ​ຢູ່ Bentiu ໃນ​ປີ 2018, ບັນ​ດາ​ໂຮງ​ໝໍ​ກາງ​ສະ​ໜາມ​ຂອງ ຫວຽດ​ນາມ ສະ​ແດງ​ລັກ​ສະ​ນະ​ເປັນ​ມື​ອາ​ຊີບ, ຄວາມ​ສາ​ມາດ​ດ້ານ​ວິ​ຊາ​ການ​ສູງ ແລະ ຈິດ​ໃຈ​ປະ​ຕິ​ບັດ​ໜ້າ​ທີ່​ຢ່າງ​ສຸດ​ຈີດ​ຈຸດ​ໃຈ.

Top